leftcenterrightdel
ທີມຍິງບັ່ນທອນແຂ່ງຂັນທໍາອິດຢູ່ Army Games 2019. ພາບ: qdnd.vn.

ປີນີ້ມີ 23 ທີມທີ່ມາຈາກ 21 ປະເທດເຂົ້າຮ່ວມການແຂ່ງຂັນຍິງບັ່ນທອນ, ໃນນັ້ນ, ລັດເຊຍ ແລະເບລາລຸດ ໄດ້ມີສອງທີມເຂົ້າຮ່ວມ ແລະຈະຄິດໄລ່ຄະແນນໃຫ້ແຕ່ທີມດຽວເທົ່ານັ້ນ. ຕາມກົດລະບຽບຂອງການແຂ່ງຂັນ, ຮອບ 1, ດໍາເນີນໃນລະຫວ່າງວັນທີ 4 – 6 ສິງຫາ, ລວມມີ 7 ບົດຍິງສ່ວນຕົວ, ແຕ່ລະປະເທດມີນັກຍິງປືນເຂົ້າຮ່ວມແຂ່ງຂັນ 4 ຄົນ. ບັນດາຫົວບົດແຂ່ງຂັນຢູ່ບັນດາໄລຍະການຍິງແມ່ນແຕກຕ່າງກັນ ແລະຈະບໍ່ໄດ້ແຈ້ງໃຫ້ຮູ້ກ່ອນ.

ຄິດໄລ່ມາຮອດເວລາ 20 ໂມງ 30 ນາທີ ຂອງວັນທີ 4 ສິງຫາ, ຕາມເວລາຮ່າໂນ້ຍ, ທີມຍິງບັ່ນທອນຂອງກອງທັບປະຊາຊົນຫວຽດນາມ ໄດ້ສໍາເລັດ 2 ໃນ 7 ບົດແຂ່ງຂັນຢູ່ຮອບ 1. ພາຍຫຼັງການແຂ່ງຂັນມາໄດ້ໜຶ່ງມື້, ບັນດາສະມາຊິກທີມຍິງບັ່ນທອນກອງທັບປະຊາຊົນຫວຽດນາມ ມີຈິດໃຈທີ່ສະດວກສະບາຍ, ກຽມພ້ອມກ້າວເຂົ້າສູ່ບົດແຂ່ງຂັນຍິງຄັ້ງຕໍ່ໄປ.

ໂດຍ: ເກື່ອງດັ້ງ