ທີ່ກອງປະຊຸມ, ກຳລັງກ່ຽວຂ້ອງຂອງສອງຝ່າຍໄດ້ລາຍງານ ແລະສຸມໃສ່ປຶກສາຫາລືມາດຕະການສະກັດກັ້ນການເຄື່ອນໄຫວຂອງບັນດາເປົ້າໝາຍຊື້ຂາຍ, ຂົນສົ່ງຢາເສບຕິດຢູ່ເຂດຊາຍແດນ. 

leftcenterrightdel

ຕາງໜ້າການນຳທະຫານຊາຍແດນແຂວງຢາລາຍ ຖ່າຍຮູບເປັນທີ່ລະນຶກພ້ອມກັບກຳລັງກ່ຽວຂ້ອງຂອງແຂວງ Ratanakiri (ກຳປູເຈຍ). ພາບ: ກວາງໂຮ່ຍ.

ຕາມນັ້ນແລ້ວ, ກຳລັງທະຫານຊາຍແດນແຂວງຢາລາຍ ແລະຕຳຫຼວດ, ສາລະວັດທະຫານແຂວງ Ratanakiri ກໍຄືບັນດາກໍາລັງກ່ຽວຂ້ອງເຮັດໜ້າທີ່ຢູ່ດ່ານສາກົນ ເລ້ແທງ - Ozadao ກໍາແໜ້ນສະພາບການ, ແລກປ່ຽນຂໍ້ມູນຂ່າວສານເປັນປະຈຳ, ປະສານສົມທົບກັນຢ່າງແໜ້ນແຟ້ນໃນການຕ້ານ ແລະສະກັດກັ້ນອາດຊະຍາກຳຢາເສບຕິດ, ປະກອບສ່ວນຮັກສາຄວາມໝ້ັນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ ແລະການດຳລົງຊີວິດທີ່ສະຫງົບສຸກໃຫ້ແກ່ປະຊາຊົນສອງປະເທດ.

ໂດຍ: ກວຽດເຕິມ