leftcenterrightdel
ທ່ານພົນໂທ ຟານວັນຢາງ ຕ້ອນຮັບທ່ານພົນເອກ Hun Manet. ພາບ: ຮວ່າງຫວູ.

ທີ່ການຕ້ອນຮັບ, ທ່ານພົນໂທ ຟານວັນຢາງ ຢືນຢັນວ່າ, ພັກ, ລັດ, ກອງທັບ ແລະປະຊາຊົນຫວຽດນາມ ຍາມໃດກໍ່ຈົດຈໍາ, ຕີລາຄາສູງການສະໜັບສະໜູນ, ການຊ່ວຍເຫຼືອອັນລໍ້າຄ່າ ເຊິ່ງລັດຖະບານ, ປະຊາຊົນ ແລະກອງທັບລາດຊະວົງກໍາປູເຈຍ ໄດ້ສະຫງວນໃຫ້ຫວຽດນາມ ໃນການຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍ່ຄືໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດໃນປັດຈຸບັນ. ນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນສືບຕໍ່ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນດ້ວຍຄວາມຕັດສິນໃຈສູງສຸດ ເພື່ອພ້ອມກັບກໍາປູເຈຍ ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນໃນທຸກຂົງເຂດ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ. ທ່ານພົນໂທ ຟານວັນຢາງ ເນັ້ນໜັກວ່າ, ການຮ່ວມມືດ້ານປ້ອງກັນຊາດ ຍາມໃດກໍ່ແມ່ນໜຶ່ງໃນບັນດາເສົາຄໍ້າສໍາຄັນໃນການພົວພັນຫວຽດນາມ-ກໍາປູເຈຍ.

leftcenterrightdel
ທ່ານພົນໂທ ຟານວັນຢາງ ມອບຂອງຂວັນເປັນທີ່ລະນຶກໃຫ້ແກ່ທ່ານພົນເອກ Hun Manet. ພາບ: ຮວ່າງຫວູ.

ສ່ວນທ່ານພົນເອກ Hun Manet ຢືນຢັນວ່າ, ການພົວພັນຮ່ວມມືດ້ານປ້ອງກັນຊາດແມ່ນໜຶ່ງໃນບັນດາເນື້ອໃນສໍາຄັນ ເຊິ່ງການນໍາຂັ້ນສູງ ແລະການນໍາກອງທັບສອງຝ່າຍໄດ້ເອົາໃຈໃສ່ຊຸກຍູ້. ທ່ານພົນເອກ Hun Manet ສະແດງຄວາມເຊື່ອໝັ້ນວ່າ, ໃນໄລຍະຈະມາເຖິງ, ສາຍພົວພັນອັນດີງາມລະຫວ່າງກອງທັບສອງປະເທດຈະສືບຕໍ່ໄດ້ຮັບການປັບປຸງ, ຮັດແໜ້ນກວ່າອີກ, ປະກອບສ່ວນເຂົ້າໃນການພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດໃຫ້ນັບມື້ນັບຍືນຍົງ, ຮັບປະກັນຮັກສາສະຖຽນລະພາບ,  ຄວາມໝັ້ນຄົງດ້ານການເມືອງໄວ້ໃຫ້ໝັ້ນຄົງ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະການພັດທະນາຂອງແຕ່ລະປະເທດ.

ໂດຍ: ທູຈາງ