leftcenterrightdel
ກໍາປັ່ນ 016-ກວາງຈູງ  ທອດສະມໍອອກຈາກສະຖານທີ່ເຕົ້າໂຮມເພື່ອເຄື່ອນຍ້າຍເຂົ້າຮູບແຖວການຊ້ອມຮົບ. ພາບ: ຮຸຍກວາງ.

ກໍາປັ່ນ 016-ກວາງຈູງ (ກອງງພົນນ້ອຍ 162, ທະຫານເຮືອເຂດ 4) ຕາງໜ້າໃຫ້ທະຫານເຮືອປະຊາຊົນຫວຽດນາມ ໄດ້ເຂົ້າຮ່ວມບັນດາລາຍການຝຶກແອບພ້ອມກັບກໍາປັ່ນຂອງທະຫານເຮືອປະເທດຕ່າງໆຢ່າງຄົບຖ້ວນ; ປະຕິບັດບັນດາເນື້ອໃນການຊ້ອມຮົບຢູ່ທະເລເປັນຢ່າງດີ; ປະຕິບັດຖືກຕ້ອງຕາມຂັ້ນຕອນການເຄື່ອນໄຫວ; ຮັບປະກັນລະດັບຄວາມໄວ, ໄລຍະຫ່າງ, ປະຕິບັດຕາມບັນດາຄໍາສັ່ງຍຸດທະວິທີຢ່າງຄົບຖ້ວນ, ປະສານສົມທົບຢ່າງແໜ້ນແຟ້ນກັບກໍາປັ່ນຂອງບັນດາປະເທດໃນຕະຫຼອດວິວັດແຫ່ງການຊ້ອມຮົບ.

leftcenterrightdel
ບັນດານາຍທະຫານຂອງກໍາປັ່ນ 016-ກວາງຈູງ ແລະທະຫານເຮືອເຂດ 4 ແລກປ່ຽນຂໍ້ມູນຂ່າວສານໃນການຊ້ອມຮົບ. ພາບ: ຮຸຍກວາງ.
leftcenterrightdel
ຫົວໜ້າຄະນະທະຫານເຮືອຫວຽດນາມ ຊີ້ນໍາລູກເຮືອກຳປັ່ນ 016-ກວາງຈູງ  ສັງເກດການເພື່ອພົບເຫັນເປົ້າໝາຍໃນການຊ້ອມຮົບ. ພາບ: ຮຸຍກວາງ.

ທ່ານພັນເອກພິເສດ ຫງວຽນວັນເງິນ, ຮອງຫົວໜ້າເສນາທິການທະຫານເຮືອເຂດ 4, ຫົວໜ້າຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ເຂົ້າຮ່ວມການຊ້ອມຮົບ ADMM+ ກ່ຽວກັບຄວາມໝັ້ນຄົງໃນການເດີນທະເລ ຕີລາຄາວ່າ “ນີ້ແມ່ນຄັ້ງທໍາອິດທີ່ກໍາປັ່ນ 016-ກວາງຈູງ ເຂົ້າຮ່ວມການເຄື່ອນໄຫວພົວພັນຕ່າງປະເທດກ່ຽວກັບທະຫານເຮືອຢູ່ຕ່າງປະເທດ ແລະໃນຊຸມວັນດໍາເນີນການຊ້ອມຮົບ, ບາງເທື່ອມີຝົນຕົກໜັກ, ຄື້ນຟອງໃຫຍ່ລົມແຮງ, ແຕ່ພາຍໃຕ້ການຊີ້ນໍາຂອງພະນັກງານເຫຼົ່າທັບເຮືອ ແລະທະຫານເຮືອເຂດ 4, ຖັນແຖວນາຍທະຫານ, ລູກເຮືອຂອງກໍາປັ່ນ ໄດ້ປະຕິບັດບັນດາຂໍ້ກໍານົດໃນການຊ້ອມຮົບຢ່າງເຂັ້ມງວດ, ກໍາແໜ້ນເຈດຕະນາທາງຍຸດທະວິທີ, ບັນຊາກໍາປັ່ນເຄື່ອນໄຫວໃຫ້ຖືກຕ້ອງຕາມລະດັບຄວາມໄວ, ຮັບປະກັນຮູບແຖວ; ເປັນເຈົ້າການປະສານສົມທົບກັບກໍາປັ່ນຂອງບັນດາປະເທດເພື່ອນມິດ, ຕັ້ງໜ້າແບ່ງປັນຂໍ້ມູນຂ່າວສານ ແລະຜັນຂະຫຍາຍບັນດາໜ້າທີ່ເປັນຢ່າງດີ”.

ໂດຍ: ກວຽດເຕິມ