ທີ່ການຕ້ອນຮັບ, ທ່ານພົນເອກ ໂງຊວນລິກ ໄດ້ສະແດງຄວາມຂອບອົກຂອບໃຈທ່ານ Koya Nishikawa ໄດ້ມານະພະຍາຍາມຂົນຂວາຍການສະໜັບສະໜູນຂອງ ຍີ່ປຸ່ນ ໃນວິວັດການເຈລະຈາສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP) ແລະໄດ້ຕັ້ງໜ້າຊຸກຍູ້ການຖ່າຍທອດເຕັກໂນໂລຢີ, ຊອກຫາຕະຫຼາດໃຫ້ບັນດາຜະລິດຕະພັນກະເສດຂອງຫວຽດນາມ. ທ່ານລັດຖະມົນຕີ ກໍ່ຂອບໃຈການສະໜັບສະໜູນຂອງທ່ານ Koya Nishikawa ເອງໃນການຊຸກຍູ້ການພົວພັນດ້ານປ້ອງກັນຊາດລະຫວ່າງສອງປະເທດ, ເປັນຕົ້ນແມ່ນໃນຂົງເຂດເສນາຮັກ. ທ່ານລັດຖະມົນຕີ ກໍ່ຢັ້ງຢືນວ່າ, ລັດຖະບານ ແລະປະຊາຊົນຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການພັດທະນາການພົວພັນຮອບດ້ານ, ມີເນື້ອແທ້ກັບ ຍີ່ປຸ່ນ, ໃນນັ້ນມີຂົງເຂດປ້ອງກັນຊາດ.

leftcenterrightdel
ທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ຕ້ອນຮັບທ່ານ Koya Nishikawa, ທີ່ປຶກສາພິເສດຄະນະລັດຖະບານຍີ່ປຸ່ນ. ພາບ: qdnd.vn.

ສ່ວນທ່ານ Koya Nishikawa ກໍ່ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຂອງສາຍພົວພັນຄູ່ຮ່ວມມືຍຸດທະສາດທີ່ເລິກເຊິ່ງ, ກວ້າງຂວາງ ຫວຽດນາມ-ຍີ່ປຸ່ນ ໃນໄລຍະຜ່ານມາ, ໃນນັ້ນມີຂົງເຂດປ້ອງກັນຊາດ. ທ່ານ ກໍ່ຕີລາຄາສູງການຢ້ຽມຢາມ ຫວຽດນາມ ຂອງທ່ານລັດຖະມົນຕີ ກະຊວງປ້ອງກັນປະເທດຍີ່ປຸ່ນ ໃນຕົ້ນເດືອນ ພຶດສະພາ ຜ່ານມາ ແລະປາດຖະໜາຢາກກະຊວງປ້ອງກັນປະເທດສອງປະເທດຈະຜັນຂະຫຍາຍບັນດາເນື້ອໃນເຊິ່ງລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດເຫັນດີເປັນເອກະພາບນຳກັນຢ່າງມີປະສິດທິຜົນ. ກ່ຽວກັບຂົງເຂດແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ໃນນັ້ນມີການລ້າງພິດດີໂອຊິນ, ທ່ານ Koya Nishikawa ໃຫ້ຮູ້ວ່າຈະຊອກຫາ ແລະຂົນຂວາຍບັນດາຄູ່ຮ່ວມມືຂອງ ຍີ່ປຸ່ນ ເພື່ອພ້ອມກັນຮ່ວມມືໃນຂົງເຂດນີ້.

ໂດຍ: ໄຊນີດາ