ຕ້ອນຮັບຄະນະພະນັກງານ, ລູກເຮືອ ແລະນັກສໍາມະນາກອນຂອງທະຫານເຮືອຫວຽດນາມ ມີຜູ້ຕາງໜ້າທະຫານເຮືອສິງກະໂປ ແລະທີ່ປຶກສາທູດປ້ອງກັນຊາດຫວຽດນາມ ປະຈໍາ ສິງກະໂປ. ຜູ້ຕາງໜ້າທະຫານເຮືອສິງກະໂປ ໄດ້ອວຍພອນຄະນະມາຢ້ຽມຢາມ, ພົບປະແລກປ່ຽນ ແລະຫວັງວ່າການຢ້ຽມຢາມ ແລະພົບປະແລກປ່ຽນຂອງຄະນະຈະປະສົບຜົນສໍາເລັດຢ່າງຈົບງາມ.

leftcenterrightdel
ຜູ້ຕາງໜ້າທະຫານເຮືອສິງກະໂປ ຕ້ອນຮັບທ່ານພັນເອກພິເສດ ຫງວຽນດຶກນາມ ແລະຄະນະຜູ້ແທນຢູ່ທ່າກໍາປັ່ນ Changi. ພາບ: ຮວ່າງຮ່າ.

ຕາງໜ້າຄະນະພະນັກງານ, ລູກເຮືອ ແລະນັກສໍາມະນາກອນຂອງທະຫານເຮືອຫວຽດນາມ, ທ່ານພັນເອກພິເສດ ຫງວຽນດຶກນາມ, ຮອງຜູ້ອໍານວຍການວິທະຍາຄານທະຫານເຮືອ ທັງເປັນຫົວໜ້າຄະນະ ໄດ້ກ່າວສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບຢ່າງສົມກຽດ, ອົບອຸ່ນ ເຊິ່ງທະຫານເຮືອສິງກະໂປ ໄດ້ສະຫງວນໃຫ້ຄະນະ.

leftcenterrightdel
ຄະນະທະຫານເຮືອສິງກະໂປ ຢ້ຽມຢາມເຮືອສະເພົາໝາຍເລກ 286/ເລກຸ໋ຍດົນ. ພາບ: ຮວ່າງຮ່າ.

ຕໍ່ຈາກນັ້ນ, ຄະນະທະຫານເຮືອສິງກະໂປ ໄດ້ຢ້ຽມຢາມເຮືອສະເພົາໝາຍເລກ 286/ເລກຸ໋ຍດົນ; ຮັບຟັງການແນະນໍາກ່ຽວກັບເຮືອສະເພົາ ກໍ່ຄືບັນດາການເຄື່ອນໄຫວພົວພັນຕ່າງປະເທດຂອງເຮືອສະເພົາໃນຊຸມປີຜ່ານມາ. ຄະນະທະຫານເຮືອສິງກະໂປ ສະແດງຄວາມເປັນກຽດທີ່ເປັນຄະນະທໍາອິດຂຶ້ນຢ້ຽມຢາມເຮືອສະເພົາ, ທັງເປັນປະເທດທໍາອິດທີ່ເຮືອສະເພົາໝາຍເລກ 286/ເລກຸ໋ຍດົນ ມາຢ້ຽມຢາມ, ພົບປະແລກປ່ຽນໃນການເດີນທາງຄັ້ງນີ້.

ໂດຍ: ບົວພອນ