leftcenterrightdel
ການນໍາວິທະຍາຄານທະຫານເຮືອ ອວຍພອນບັນດາສະມາຊິກຄະນະປະຕິບັດງານກ່ອນທີ່ຈະເດີນ ທາງໄປປະຕິບັດໜ້າທີ່. ພາບ: qdnd.vn.

ການຝຶກອົບຮົມເດີນທະເລໃນໄລຍະທາງຍາວຄັ້ງນີ້ ເພື່ອແນໃສ່ຍົກສູງຄວາມສາມາດໃນການບັນຊາ, ການນຳໃຊ້ອາວຸດ, ເຄື່ອງອຸປະກອນ; ແກ້ໄຂສະພາບຕົວຈິງບົນທະເລໃຫ້ນັກສໍາມະນາກອນທີ່ໄດ້ຮັບການກໍ່ສ້າງນາຍທະຫານເຮືອຊຸດທີ 59 ກ່ອນທີ່ຈະຮຽນຈົບ, ສົມທົບກັບການລາດຕະເວນ, ກໍາແໜ້ນສະພາບການຢູ່ທະເລ. ພ້ອມກັບການຝຶກອົບຮົມບົນທະເລ, ຄະນະປະຕິບັດງານຍັງຢ້ຽມຢາມ, ພົບປະແລກປ່ຽນກັບທະຫານເຮືອສອງປະເທດອິນໂດເນເຊຍ ແລະສິງກະໂປ ເພື່ອແນໃສ່ປັບປຸງ, ເພີ່ມທະວີສາຍພົວພັນມິດຕະພາບ, ການຮ່ວມມື, ຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງກອງທັບ ແລະທະຫານເຮືອຫວຽດນາມ ກັບກອງທັບ ແລະທະຫານເຮືອອິນໂດເນເຊຍ ແລະສິງກະໂປ; ພ້ອມທັງຊຸກຍູ້ການເຄື່ອນໄຫວພົບປະແລກປ່ຽນກັບທະຫານເຮືອປະເທດຕ່າງໆ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຂອງພາກພື້ນ.

ໂດຍ: ດັ້ງເກື່ອງ