ທ່ານພັນເອກພິເສດ ຫງວຽນດຶກນາມ ຮອງຜູ້ອໍານວຍການວິທະຍາຄານທະຫານເຮືອ ຊີ້ນໍາການຝຶກຊ້ອມໂດຍກົງ. ພາບ: qdnd.vn.
ມອບໜ້າທີ່ໃຫ້ແກ່ບັນດາສະມາຊິກ. ພາບ: qdnd.vn.
ແຕ່ລະຈັງຫວະໄດ້ຮັບການປະຕິບັດຢ່າງຊຳນິຊຳນານ, ຊັດເຈນ ເພື່ອແນໃສ່ຮັບປະກັນຄວາມປອດໄພໃນການຝຶກຊ້ອມ. ພາບ: qdnd.vn.
ຮ່ວມແຮງກັນໃນການກາງໃບສະເພົາ. ພາບ: qdnd.vn.
ບັນດາໃບສະເພົາເປີດອອກໃນວິວັດດໍາເນີນວິຊາການໃບສະເພົາ. ພາບ: qdnd.vn.
ກະກຽມເນື້ອໃນຝຶກຊ້ອມຕ້ານໂຈນສະລັດ. ພາບ: qdnd.vn.
“ໂຈນສະລັດ” ເຂົ້າໃກ້ເຮືອສະເພົາໝາຍເລກ 286/ເລກຸ໋ຍດົນ ດ້ວຍຄວາມໄວສູງ. ພາບ: qdnd.vn.
ໃນຕອນເຊົ້າວັນທີ 16 ເມສາ, ຢູ່ເຂດທະເລຟຸກຸ໋ຍ, ເຮືອສະເພົາໝາຍເລກ 286/ເລກຸ໋ຍດົນ ກໍຈັດຕັ້ງຊ້ອມດ້ວຍເນື້ອໃນພາຍເຮືອ. ພາບ: qdnd.vn.
ກປ.ອອນໄລ - ຕາມລາຍການຝຶກຊ້ອມບົນທະເລໃຫ້ແກ່ລູກເຮືອ ແລະນັກສໍາມະນາກອນທີ່ໄດ້ຮັບການກໍ່ສ້າງນາຍທະຫານຂອງວິທະຍາຄານທະຫານເຮືອຊຸດທີ 59 ກ່ອນທີ່ຈະຮຽນຈົບ, ໃນຕອນເຊົ້າວັນທີ 16 ເມສາ, ເຮືອສະເພົາໝາຍເລກ 286/ເລກຸ໋ຍດົນ ໄດ້ຈັດຕັ້ງການຝຶກຊ້ອມຕ້ານໂຈນສະລັດ, ພາຍເຮືອຢູ່ເຂດທະເລຟຸກຸ໋ຍ (ແຂວງບິ່ງຖ້ວນ).
ທ່ານພັນເອກພິເສດ ຫງວຽນດຶກນາມ ຮອງຜູ້ອໍານວຍການວິທະຍາຄານທະຫານເຮືອ ຊີ້ນຳໂດຍກົງການຝຶກຊ້ອມ. ການຝຶກຊ້ອມຄັ້ງນີ້ໄດ້ດໍາເນີນຖືກຕາມເນື້ອໃນ, ເວລາ ແລະຈຸດປະສົງຂອງຜູ້ບັນຊາການ, ຮັບປະກັນຄວາມປອດໄພຢ່າງເດັດຂາດໃຫ້ຄົນ ແລະອາວຸດຍຸດທະພັນ. ຜ່ານການຝຶກຊ້ອມໄດ້ຍົກສູງຄຸນນະພາບການຝຶກງານຕົວຈິງຂອງນັກສໍາມະນາກອນທີ່ກໍາລັງເຂົ້າຮ່ວມການເດີນທາງພ້ອມກັບເຮືອສະເພົາໝາຍເລກ 286/ເລກຸ໋ຍດົນ.
ໜັງສືພິມກອງທັບປະຊາຊົນຫວຽດນາມ ອອນໄລ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບຂອງການຝຶກຊ້ອມ.
ໂດຍ: ຈາງຫງວຽນ
Type the code from the image