leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ຕ໊ຽນດາດ.

ທີ່ການພົບປະເຈລະຈາ, ທ່ານພົນຈັດຕະວາ ເຈິ່ນຢຸຍຢາງ ເນັ້ນໜັກວ່າ, ກ່ຽວກັບການຮ່ວມມືທາງດ້ານພະລາທິການ, ເດືອນມິຖຸນາ 2018, ສອງຝ່າຍໄດ້ລົງນາມບົດບັນທຶກຊ່ວຍຈໍາລະຫວ່າງກະຊວງປ້ອງກັນປະເທດສອງປະເທດກ່ຽວກັບການໜູນຊ່ວຍດ້ານພະລາທິການໃຫ້ແກ່ກັນໃນບັນດາການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ, ໜູນຊ່ວຍມະນຸດສະທຳ ແລະກູ້ຊ່ວຍໄພພິບັດ. ນີ້ແມ່ນພື້ນຖານເພື່ອໃຫ້ບັນດາອົງການ, ກົມກອງຂອງກອງທັບສອງປະເທດຜັນຂະຫຍາຍການປະຕິບັດບັນດາເນື້ອໃນການຮ່ວມມືໄດ້ກໍານົດ. ຜ່ານການຢ້ຽມຢາມຫວຽດນາມຂອງທ່ານພົນຕີ Lee Jeong Keun ຄັ້ງນີ້, ທ່ານພົນຈັດຕະວາ ເຈິ່ນຢຸຍຢາງ ຫວັງວ່າ ການຮ່ວມມືລະຫວ່າງຂະແໜງພະລາທິການຂອງສອງກອງທັບຈະເຂົ້າສູ່ລວງເລິກ, ດ້ວຍບັນດາເນື້ອໃນຢ່າງແທດຈິງ.

leftcenterrightdel
 ບັນດາຜູ້ແທນແລກປ່ຽນຢູ່ນອກການພົບປະ. ພາບ: ຕ໊ຽນດາດ.
leftcenterrightdel
ທ່ານພົນຈັດຕະວາ ເຈິ່ນຢຸຍຢາງ, ມອບຂອງຂວັນທີ່ລະນຶກໃຫ້ທ່ານພົນຕີ Lee Jeong Keun. ພາບ: ຕ໊ຽນດາດ.

ສ່ວນທ່ານພົນຕີ Lee Jeong Keun ຢືນຢັນວ່າ ຈະປະຕິບັດບັນດາເນື້ອໃນທີ່ໄດ້ກໍານົດໃນບົດບັນທຶກຊ່ວຍຈໍາກ່ຽວກັບການໜູນຊ່ວຍພະລາທິການ ໂດຍກະຊວງປ້ອງກັນປະເທດສອງປະເທດ ໄດ້ລົງນາມ. ໃນຕໍ່ໜ້າ, ກອງບັນຊາການພະລາທິການກອງທັບບົກສ.ເກົາຫຼີ ສະເໜີຊຸກຍູ້ການຮ່ວມມື, ໜູນຊ່ວຍພະລາທິການ, ມອບເຄື່ອງອຸປະກອນພະລາທິການໃຫ້ກະຊວງປ້ອງກັນປະເທດຫວຽດນາມ.

leftcenterrightdel
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: ຕ໊ຽນດາດ.

ສອງຝ່າຍໄດ້ເຫັນດີເປັນເອກະພາບນຳກັນວ່າ, ໃນໄລຍະຈະມາເຖິງຈະຮັກສາການແລກປ່ຽນຄະນະຜູ້ແທນ, ພ້ອມແລ້ວທີ່ຈະຕອບສະໜອງ, ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນກ່ຽວກັບການຈັດຕັ້ງການຮັບປະກັນ ແລະຄຸ້ມຄອງພະລາທິການຕາມການສະເໜີ ແລະຄວາມຕ້ອງການຂອງແຕ່ລະຝ່າຍ.

ໂດຍ: ເຈິ່ນຮວ່ຽນ