ຢູ່ບັນດາກົມກອງທີ່ໄປຢ້ຽມຢາມ, ທ່ານພັນເອກພິເສດ ເລືອງດິ່ງແລ່ງ ຕາງໜ້າກອງບັນຊາການກອງພົນໃຫຍ່ 4 ມອບດອກໄມ້, ຂອງຂວັນ ແລະອວຍພອນບັນດານາຍພົນ, ນາຍທະຫານບັນດາກົມກອງຂອງກອງທັບລາດຊະວົງກໍາປູເຈຍ ພ້ອມກັບຄອບຄົວໃຫ້ມີສຸຂະພາບແຂງແຮງ, ປະສົບຜົນສໍາເລັດ ແລະມີຄວາມຜາສຸກ, ຕ້ອນຮັບບຸນ Chol Chnam Thmay ຢ່າງເບີກບານມ່ວນຊື່ນ, ອົບອຸ່ນ.

leftcenterrightdel
ຄະນະປະຕິບັດງານຂອງກອງບັນຊາການກອງພົນໃຫຍ່ 4 ໄປຢ້ຽມຢາມ, ອວຍພອນບາງກົມກອງຂອງກອງທັບລາດຊະວົງກໍາປູເຈຍ ເນື່ອງໃນໂອກາດບຸນ Chol Chnam Thmay. ພາບ: qdnd.vn.

ທ່ານພັນເອກພິເສດ ເລືອງດິ່ງແລ່ງ ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຂອງກໍາປູເຈຍ ກໍ່ຄືກອງທັບລາດຊະວົງກໍາປູເຈຍ ໃນຊຸມປີຜ່ານມາ, ພ້ອມທັງເນັ້ນໜັກເຖິງນໍ້າໃຈມິດຕະພາບລະຫວ່າງສອງປະເທດ, ພິເສດແມ່ນສາຍພົວພັນສະໜິດຕິດພັນລະຫວ່າງກອງພົນໃຫຍ່ 4 ກັບບັນດາກົມກອງຂອງກອງທັບລາດຊະວົງກໍາປູເຈຍ. ບັນດາກົມກອງຂອງກອງທັບລາດຊະວົງກໍາປູເຈຍ ກໍ່ໄດ້ຕ້ອນຮັບຄະນະຜູ້ແທນກອງພົນໃຫຍ່ 4 ຢ່າງສົມກຽດ, ສະໜິດສະໜົມ, ເຕັມໄປດ້ວຍນໍ້າໃຈມິດຕະພາບ. ຕາງໜ້າຜູ້ບັນຊາການບັນດາກົມກອງປະເທດເພື່ອນມິດກຳປູເຈຍ ກໍ່ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ນໍ້າໃຈຂອງພະນັກງານ, ນັກຮົບກອງພົນໃຫຍ່ 4.

ໂດຍ: ທະນາພອນ