ກໍາປັ່ນ BNS PROTTOY ລວມມີນາຍທະຫານ 23 ຄົນ ແລະລູກເຮືອ 116 ຄົນ, ໂດຍທ່ານພັນເອກ, ກັບຕັນ Mirza Mohammad Mehedi Hassan ເປັນຫົວໜ້າຄະນະ,  ມາຢ້ຽມຢາມນະຄອນໂຮ່ຈີມີນ ໃນລະຫວ່າງວັນທີ 8-11 ເມສາ.

ໃນໄລຍະຢູ່ຢ້ຽມຢາມ, ຜູ້ບັນຊາການກໍາປັ່ນ ຈະເຂົ້າຢ້ຽມຂ່ຳນັບການນຳນະຄອນໂຮ່ຈີມີນ, ກອງບັນຊາການທະຫານເຮືອເຂດ 2. ສອງຝ່າຍຈະດໍາເນີນການແລກປ່ຽນບົດຮຽນກ່ຽວກັບບາງຂົງເຂດ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.  ລູກເຮືອກໍາປັ່ນຈະເຂົ້າຮ່ວມບັນດາການເຄື່ອນໄຫວແຂ່ງຂັນກິລາມິດຕະພາບກັບພະນັກງານ, ນັກຮົບກອງບັນຊາການທະຫານເຮືອເຂດ 2. ພ້ອມກັນນັ້ນ, ນາຍທະຫານ ແລະລູກເຮືອກໍາປັ່ນ ກໍ່ຈະໄປຢ້ຽມຢາມເຂດປູຊະນີຍະສະຖານປະຫວັດສາດ, ທັດສະນີຍະພາບບາງແຫ່ງຢູ່ນະຄອນໂຮ່ຈີມີນ.

ການຢ້ຽມຢາມຂອງກໍາປັ່ນ BNS PROTTOY ແນໃສ່ປະກອບສ່ວນເພີ່ມທະວີການພົວພັນຮ່ວມມື, ຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະກັນລະຫວ່າງກອງທັບສອງປະເທດ ຫວຽດນາມ-ບັງກະລາເທດ ເວົ້າລວມ ແລະກໍາລັງທະຫານເຮືອສອງປະເທດເວົ້າສະເພາະ.

leftcenterrightdel
ກໍາປັ່ນ BNS PROTTOY ເຂົ້າທຽບທ່າກຳປັ່ນໄຊງ່ອນ. ພາບ: qdnd.vn.
leftcenterrightdel
ລູກເຮືອກໍາປັ່ນ BNS PROTTOY ປະຕິບັດພິທີການຂໍ່ານັບທ່າກຳປັ່ນ. ພາບ: qdnd.vn.
leftcenterrightdel
ການນໍາກອງບັນຊາການທະຫານເຮືອເຂດ 2 ຕ້ອນຮັບຜູ້ບັນຊາການກໍາປັ່ນ BNS PROTTOY. ພາບ: qdnd.vn.
leftcenterrightdel
ທ່ານພັນເອກ Mirza Mohammad Mehedi Hassan, ກັບຕັນກໍາປັ່ນ BNS PROTTOY ຂໍ່ານັບບັນດາຜູ້ແທນທີ່ພິທີຕ້ອນຮັບ. ພາບ: qdnd.vn.
leftcenterrightdel
ບັນດາຜູ້ແທນແລກປ່ຽນຢູ່ກໍາປັ່ນ BNS PROTTOY. ພາບ: qdnd.vn.
leftcenterrightdel
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn.

ໂດຍ: ເຈິ່ນຮວ່ຽນ