leftcenterrightdel
ສໍາຫຼວດຢູ່ໃນຕາແສງເມືອງຕິບ. ພາບ: qdnd.vn

ຜ່ານການກວດກາສະແດງໃຫ້ເຫັນວ່າ ທີ່ດ່ານສາກົນນໍ້າກັນ, ລະບົບຄົມມະນາຄົມຝ່າຍຫວຽດນາມ ໄດ້ຕອບສະໜອງຄວາມຮຽກຮ້ອງຕ້ອງການເຄື່ອນທີ່ໂດຍພື້ນຖານ; ບັນດາສະຖານທີ່ຄາດວ່າ ຈະຈັດຕັ້ງການເຄື່ອນໄຫວ, ຄື: ສະໜາມກິລາຕາແສງ ນໍ້າກັນ, ສະໜາມກິລາຕາແສງ ເມືອງແສນ, ໂຮງຮຽນປະຖົມສົມບູນນໍ້າກັນ...

ສໍາລັບການເຄື່ອນໄຫວສະຫວັດດີການສັງຄົມໃນຂອບເຂດງານພົບປະແລກປ່ຽນ, ຄື: “ຊ່ວຍນ້ອງໄປໂຮງຮຽນ”, ມອບງົວພັນ, ກວດພະຍາດ, ແຈກຢາຍຢາ... ບັນດາກົມກອງໄດ້ກວດກາຄືນບັນດາເປົ້າໝາຍ, ສະຖານທີ່ຈັດຕັ້ງໃຫ້ສອດຄ່ອງ. ສະເພາະຕາແສງນໍ້າກັນ ປັດຈຸບັນຍັງມີຫຼາຍຄອບຄົວທຸກຍາກ, ນັກຮຽນປະສົບຄວາມຫຍຸ້ງຍາກຫຼາຍ, ສະນັ້ນຕ້ອງມີການໜູນຊ່ວຍທີ່ແທດຈິງຈາກງານພົບປະ.

leftcenterrightdel
ສັງລວມສະຖິຕິບັນດາສະຖານທີ່ສໍາຫຼວດ. ພາບ: qdnd.vn

ສະຫຼຸບການສໍາຫຼວດ, ຄະນະປະຕິບັດງານຮຽກຮ້ອງໃຫ້ບັນດາກົມກອງ ສືບຕໍ່ປັບປຸງແຜນການ, ເປັນເຈົ້າການປະສານງານກັບຝ່າຍເພື່ອນລາວ ແລະຄະນະພັກຂັ້ນ, ອໍານາດການປົກຄອງບັນດາທ້ອງຖິ່ນ ກວດກາຄືນໃຫ້ລະອຽດແຕ່ລະເນື້ອໃນ, ໂດຍສະເພາະແມ່ນວຽກງານຮັບປະກັນຄວາມສະຫງົບ, ຄວາມປອດໄພ, ພິທີການ, ພະລາທິການ... ເພື່ອລາຍງານຕໍ່ຂັ້ນເທິງພິຈາລະນາຕົກລົງ.

ໂດຍ: ໄຊຊະນະ