leftcenterrightdel
ຄະນະປະຕິບັດງານ ມອບຂອງຂວັນໃຫ້ຊາວປະມົງທີ່ອາໄສ ຢູ່ ອູ່ເຮືອ ເຈື່ອງຊາ. ພາບ: qdnd.vn

ຢູ່ທີ່ເກາະແຫ່ງຕ່າງໆ, ຄະນະ ໄດ້ຮັບຟັງຫົວໜ້າບັນດາເກາະ ລາຍງານກ່ຽວກັບການປະຕິບັດໜ້າທີ່ຂອງພະນັກງານ, ນັກຮົບ ແລະບັນດາກໍາລັງໃນເກາະ. ຜ່ານການລາຍງານສະແດງໃຫ້ເຫັນວ່າ ບັນດາເກາະຍາມໃດກໍປະຕິບັດຕາມລະບອບ, ລະບຽບແບບແຜນກ່ຽວກັບການອົບຮົມຫັດແອບ, ກຽມພ້ອມສູ້ຮົບຢ່າງເຂັ້ມງວດ, ປະຕິບັດລະບຽບວິໄນ, ກໍ່ສ້າງລະບຽບແບບແຜນ.

leftcenterrightdel
ທ່ານພົນໂທ ຫງວຽນວັນເກົ໋າ ຢ້ຽມຢາມພະນັກງານ, ນັກຮົບຮ້ານເວນຍາມ DK1/11. ພາບ: qdnd.vn

ກ່າວຄໍາເຫັນຊີ້ນໍາທີ່ບັນດາເກາະ, ທ່ານພົນໂທ ຫງວຽນວັນເກົ໋າ ໄດ້ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມຂອງພະນັກງານ, ນັກຮົບ, ບັນດາກໍາລັງໃນເກາະ ແລະເນັ້ນໜັກວ່າ ໃນໄລຍະຈະມາເຖິງ ບັນດາກໍາລັງໃນເກາະ ຕ້ອງສືບຕໍ່ຊາບຊຶມ, ປະຕິບັດເຂັ້ມງວດບັນດາຄໍາສັ່ງ, ມະຕິຂອງພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ແລະຂໍ້ກໍານົດຂອງກົມກອງກ່ຽວກັບທະເລ, ໝູ່ເກາະ. ສືບຕໍ່ຍົກສູງຄຸນນະພາບການອົບຮົມຫັດແອບ, ກຽມພ້ອມສູ້ຮົບ, ກໍ່ສ້າງກົມກອງໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານ “ເປັນແບບຢ່າງ, ດີເດັ່ນ”. ຍົກສູງສະຕິລະວັງຕົວຢ່າງບໍ່ຢຸດຢັ້ງ, ປະຕິບັດເຂັ້ມງວດລະບຽບວິໄນ, ຮັບປະກັນຄວາມປອດໄພໃນການປະຕິບັດໜ້າທີ່ ຢ່າງເດັດຂາດ.

leftcenterrightdel
ທ່ານພົນໂທ ຫງວຽນວັນເກົ໋າ ມອບຂອງຂວັນໃຫ້ພວກນ້ອງນັກຮຽນ ໂຮງຮຽນປະຖົມສົມບູນ ເຈື່ອງຊາ. ພາບ: qdnd.vn
leftcenterrightdel
ພະນັກງານ, ນັກຮົບ ແລະປະຊາຊົນ ເກາະ ຊອງຕື້ໄຕ ຕ້ອນຮັບ ທ່ານພົນໂທ ຫງວຽນວັນເກົ໋າ ແລະຄະນະ. ພາບ: qdnd.vn

ໃນການໄປປະຕິບັດງານ, ຄະນະ ໄດ້ຖະຫວາຍທູບທຽນຢູ່ທີ່ບັນດາວັດ ໃນເກາະ, ຖະຫວາຍທູບທຽນອາໄລຫານັກຮົບທີ່ເສຍສະຫຼະຊີວິດ ເພື່ອໜ້າທີ່ປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະ ແລະມອບຂອງຂວັນ, ລະດົມກໍາລັງໃຈພະນັກງານ, ນັກຮົບ, ປະຊາຊົນ ພ້ອມກັບບັນດາກໍາລັງປະຕິບັດໜ້າທີ່ໃນບັນດາເກາະ. ວັນທີ 9 ເມສາ, ຄະນະ ໄດ້ສິ້ນສຸດການຢ້ຽມຢາມ ແລະເຮັດວຽກຢູ່ເຂດພິເສດ ເຈື່ອງຊາ ແລະຮ້ານເວນຍາມ DK1. 

ໂດຍ: ໄຊຊະນະ