ກອງບັນຊາການທະຫານແຂວງແຄ໋ງຮວ່າ ອວຍພອນບຸນປີໃໝ່ ຢູ່ລາວ
ກປ.ອອນໄລ - ເນື່ອງໃນໂອກາດບຸນປີໃໝ່ລາວ, ໃນວັນທີ 7 ເມສາ, ຄະນະປະຕິບັດງານ ກອງບັນຊາການທະຫານແຂວງແຄ໋ງຮວ່າ (ທະຫານເຂດ 5) ໄດ້ໄປຢ້ຽມຢາມ ແລະອວຍພອນປີໃໝ່ພະນັກງານ, ນັກຮົບກອງພົນທີ 5 (ກອງທັບປະຊາຊົນລາວ).
    |
 |
|
ຄະນະປະຕິບັດງານກອງບັນຊາການທະຫານແຂວງແຄ໋ງຮວ່າ ມອບຂອງຂວັນອວຍພອນປີໃໝ່ຂອງລາວ. ພາບ: qdnd.vn |
ທີ່່ການພົບປະ, ທັງສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບຜົນການຮ່ວມມືໃນໄລຍະຜ່ານມາ, ພ້ອມທັງເຫັນດີເປັນເອກະພາບກ່ຽວກັບທິດທາງການຮ່ວມມືໃນປີ 2026. ຕາມນັ້ນ, ສອງກົມກອງສືບຕໍ່ຊຸກຍູ້ການໂຄສະນາ, ສຶກສາອົບຮົມເພື່ອຍົກສູງຄວາມຮັບຮູ້ໃຫ້ແກ່ພະນັກງານ, ນັກຮົບ ແລະປະຊາຊົນສອງປະເທດ; ຮັກສາການແລກປ່ຽນຂໍ້ມູນຂ່າວສານ; ປະສານສົມທົບກັນຮັກສາສະຖຽນລະພາບທາງດ້ານການເມືອງ - ສັງຄົມ; ເພີ່ມທະວີການໜູນຊ່ວຍ, ຊ່ວຍເຫຼືອເຊິ່ງກັນ ແລະກັນເມື່ອເກີດໄພພິບັດທາງທໍາມະຊາດ; ເປັນເຈົ້າການແລກປ່ຽນ, ສະເໜີມາດຕະການປະຕິບັດຕາມຄໍາຊີ້ນຳຂອງກະຊວງປ້ອງກັນປະເທດ ທັງສອງປະເທດ.
    |
 |
|
ຄະນະປະຕິບັດງານກອງບັນຊາການທະຫານແຂວງແຄ໋ງຮວ່າ ກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ພະນັກງານ, ນັກຮົບກອງພົນທີ 5, ກອງທັບ ປະຊາຊົນ ລາວ. ພາບ: qdnd.vn |
ໂອກາດນີ້, ກອງບັນຊາການທະຫານແຂວງແຄ໋ງຮວ່າ ຍັງໄດ້ຈັດຕັ້ງການກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ແກ່ພະນັກງານ, ນັກຮົບກອງພົນທີ 5 ແລະປະຊາຊົນທ້ອງຖິ່ນໃນສອງວັນ ປະມານ 1.000 ຄົນ.
ໂດຍ: ມອ໋ດ ແກ້ວກອງສີ