ກະຊວງປ້ອງກັນປະເທດ ປິດຊຸດບໍາລຸງສ້າງທັກສະນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະຫັນເປັນດີຈີຕອນ
ກປ.ອອນໄລ - ໃນຕອນເຊົ້າວັນທີ 12 ເມສາ, ກະຊວງປ້ອງກັນປະເທດ ໄດ້ຈັດພິທີປິດຊຸດບໍາລຸງສ້າງທັກສະນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະຫັນເປັນດີຈີຕອນ ໃຫ້ແກ່ພະນັກງານ, ພາລະກອນ ທີ່ເຮັດວຽກງານເອກະສານ, ຄວາມລັບ ແລະສຳເນົາເອກະສານ ທົ່ວກອງທັບ ຄັ້ງທີ 1 ປີ 2026.