ເພີ່ມທະວີການຮ່ວມມືລະຫວ່າງກຳລັງປະກອບອາວຸດແຂວງເລິມດົ່ງ ແລະບັນດາແຂວງປະເທດເພື່ອນບ້ານກຳປູເຈຍ
ກປ.ອອນໄລ - ແຕ່ວັນທີ 3 ຫາວັນທີ 7 ເມສາ, ຄະນະປະຕິບັດງານກອງບັນຊາການທະຫານແຂວງເລິມດົງ ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່ Chol Chnam Thmay ປີ 2026 ຢູ່ທີ່ກອງບັນຊາການທະຫານບັນດາແຂວງ Siem Reap, Kampong Chhnang ແລະ Mondulkiri (ກໍາປູເຈຍ).
    |
 |
|
ກອງບັນຊາການທະຫານແຂວງເລິມດົ່ງ ອວຍພອນປີໃໝ່ Chol Chnam Thmay ທີ່ກອງບັນຊາການທະຫານແຂວງ Kampong Chhnang. ພາບ: qdnd.vn |
ທີ່ບັນດາບ່ອນຢ້ຽມຢາມ, ຄະນະ ໄດ້ຢືນຢັນນ້ຳໃຈສາມັກຄີມິດຕະພາບທີ່ເປັນມູນເຊື້ອ, ຄວາມຊື່ສັດບໍລິສຸດລະຫວ່າງສອງປະເທດ ຫວຽດນາມ ແລະກຳປູເຈຍ ເວົ້າລວມ, ລະຫວ່າງແຂວງເລິມດົ່ງ ແລະບັນດາທ້ອງຖິ່ນຂອງກໍາປູເຈຍ ເວົ້າສະເພາະນັບມື້ນັບໄດ້ຮັບການປັບປຸງ ແລະພັດທະນາຢ່າງແໜ້ນແຟ້ນ. ຄະນະ ກໍ່ແຈ້ງໃຫ້ຊາບບາງຈຸດທີ່ພົ້ນເດັ່ນກ່ຽວກັບການພັດທະນາເສດຖະກິດ-ສັງຄົມຂອງແຂວງເລິມດົ່ງ, ຜົນການປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດທ້ອງຖິ່ນຂອງກຳລັງປະກອບອາວຸດແຂວງ ໃນໄລຍະຜ່ານມາ. ຫວັງວ່າ, ໃນໄລຍະຈະມາເຖິງ ບັນດາກົມກອງເພື່ອນ ຈະສືບຕໍ່ເພີ່ມທະວີການປະສານງານໃນການແລກປ່ຽນຂໍ້ມູນຂ່າວສານ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມຢູ່ເຂດຊາຍແດນ, ປະກອບສ່ວນເພີ່ມພູນຄູນສ້າງການພົວພັນມິດຕະພາບ, ຄວາມສາມັກຄີລະຫວ່າງສອງປະເທດ.
    |
 |
|
ກອງບັນຊາການທະຫານແຂວງ ເລິມດົ່ງ ມອບຂອງຂວັນ, ລະດົມກໍາລັງໃຈທີມ K71. ພາບ: qdnd.vn |
ໃນຂອບເຂດການຢ້ຽມຢາມ, ຄະນະ ໄດ້ໄປຢ້ຽມຢາມ ແລະມອບຂອງຂວັນໃຫ້ທີມ K71 (ກອງບັນຊາການທະຫານແຂວງໄຕນິງ) ທີ່ພວມປະຕິບັດໜ້າທີ່ຊອກຫາ, ທ້ອນໂຮມອັນຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ກຳປູເຈຍ; ຢ້ຽມຢາມເຮືອນອະນຸສອນແນວຮົບ 479; ວາງກະຕາດອກໄມ້, ຈູດທູບທຽນອາໄລຫານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ທີ່ອະນຸສາວະລີ ມິດຕະພາບ ຫວຽດນາມ-ກຳປູເຈຍ ໃນບໍລິເວນແຂວງ Kampong Chhnang.
ໂດຍ: ໄຊຍະເວດ ແກ້ວມະນີ