leftcenterrightdel
ທ່ານພົນໂທ ສາຍໃຈ ກົມມະສິດ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ຕ້ອນຮັບຄະນະພະນັກງານແມ່ທັບນ້ອຍ 15 ທີ່ມາຢ້ຽມຢາມ ແລະ ອວຍພອນບຸນປີໃໝ່. ພາບ: qdnd.vn

ໃນຂອບເຂດການປະຕິບັດງານຄັ້ງນີ້, ຄະນະໄດ້ມາຢ້ຽມຢາມ ແລະອວຍພອນປີໃໝ່ກົມໃຫຍ່ພະລາທິການ ກອງທັບປະຊາຊົນລາວ, ຄະນະຊີ້ນຳການຮ່ວມມືພັດທະນາເສັ້ນຊາຍແດນລາວ-ຫວຽດນາມ, ຄະນະຊີ້ນຳກໍ່ສ້າງການເມືອງຂັ້ນຮາກຖານ ແລະພັດທະນາຊົນນະບົດຮອບດ້ານ ແລະອຳນາດການປົກຄອງ, ກຳລັງປະກອບອາວຸດທ້ອງຖິ່ນ, ພ້ອມດ້ວຍບັນດາກົມກອງ, ໜ່ວຍຜະລິດຂອງບໍລິສັດຮ່ວມມືເສດຖະກິດ 385 ຢູ່ແຂວງອັດຕະປື.

ຢູ່ບັນດາກົມກອງທີ່ມາຢ້ຽມຢາມ, ຕາງໜ້າຄະນະພັກ, ກອງບັນຊາການແມ່ທັບນ້ອຍ 15, ທ່ານພັນເອກພິດເສດ ເຈິ່ນງອກຫາຍ ໄດ້ສົ່ງຄຳອວຍພອນມາຍັງການນຳ, ພະນັກງານ, ນັກຮົບ ແລະປະຊາຊົນລາວ; ພ້ອມທັງສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ກັບຄວາມເອົາໃຈໃສ່, ການສົມທົບ ແລະການຊ່ວຍເຫຼືອຢ່າງມີປະສິດທິຜົນຈາກບັນດາອົງການ, ກົມກອງຂອງປະເທດເພື່ອນ ຕໍ່ກັບແມ່ທັບນ້ອຍ 15 ໃນວິວັດການປະຕິບັດໜ້າທີ່ຢູ່ປະເທດລາວ.

leftcenterrightdel
ທ່ານພັນເອກພິເສດ ເຈິ່ນງອກຫາຍ ພ້ອມຄະນະປະຕິບັດງານມາຢ້ຽມຢາມ ແລະອວຍພອນປີໃໝ່ທີ່ກອງບັນຊາການທະຫານແຂວງບໍລິຄຳໄຊ. ພາບ: qdnd.vn

ແຈ້ງໃຫ້ບັນດາອົງການ, ກົມກອງຂອງປະເທດເພື່ອນຮັບຊາບ, ການນຳແມ່ທັບນ້ອຍ 15 ໃຫ້ຮູ້ວ່າ: ໃນປີ 2025 ຜ່ານມາ, ເຖິງວ່າປະສົບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ພາຍໃຕ້ການຊີ້ນຳ-ນຳພາຂອງພັກ, ລັດ, ກະຊວງປ້ອງກັນປະເທດສອງປະເທດ, ພ້ອມກັບການສົມທົບຢ່າງແໜ້ນແຟ້ນຂອງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນທ້ອງຖິ່ນ, ແມ່ທັບນ້ອຍ 15 ໄດ້ປະຕິບັດສຳເລັດໜ້າທີ່ການທະຫານ, ການປ້ອງກັນຊາດ ຕິດພັນກັບການພັດທະນາເສດຖະກິດ-ສັງຄົມ ໃນບໍລິເວນ.

ບັນດາໂຄງການຮ່ວມມືຢູ່ລາວ ໄດ້ຮັບການຜັນຂະຫຍາຍຖືກກັບຄວາມຄືບໜາ, ມີປະສິດທິຜົນ, ປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ຢູ່ເຂດຊາຍແດນ ແລະເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດ ຫວຽດນາມ - ລາວ...

leftcenterrightdel
ຄະນະປະຕິບັດງານ ມາຢ້ຽມຢາມ ແລະອວຍພອນປີໃໝ່ທ່ານພົນໂທ, ສຈ. ປອ ວົງຄຳ ພົມມະກອນ, ອະດີດຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ. ພາບ: qdnd.vn
leftcenterrightdel
ການນຳແມ່ທັບນ້ອຍ 15 ຢ້ຽມຢາມ, ອວຍພອນປີໃໝ່ ແລະມອບຂອງຂວັນຢູ່ກຸ່ມບ້ານເມືອງຈຳ, ແຂວງບໍລິຄຳໄຊ. ພາບ: qdnd.vn
leftcenterrightdel
ຄະນະປະຕິບັດງານແມ່ທັບນ້ອຍ 15 ເຂົ້າຮ່ວມພິທີບາສີສູ່ຂວັນ ເນື່ອງໃນໂອກາດບຸນປີໃໝ່ລາວ. ພາບ: qdnd.vn

ເນື່ອງໃນໂອກາດນີ້, ການນຳແມ່ທັບນ້ອຍ 15 ໄດ້ສະເໜີໃຫ້ບັນດາອົງການ, ກົມກອງຂອງປະເທດເພື່ອນລາວ ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກເພື່ອໃຫ້ກົມກອງປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ; ເພີ່ມທະວີການສົມທົບກັນໃນການຜັນຂະຫຍາຍບັນດາໂຄງການ, ໂດຍສະເພາະແມ່ນໂຄງການກຸ່ມບ້ານເມືອງຈຳ; ພ້ອມທັງເປີດກວ້າງການຮ່ວມມືໃນການບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ ແລະການຖ່າຍທອດວິທະຍາສາດເຕັກນິກ.

ໂດຍ: ທູຈາງ