ທ່ານພົນຕີ ເລງອັກຫາຍ ກໍາມະການສູນກາງພັກ, ຜູ້ບັນຊາການທະຫານເຂດ 5 (ກອງທັບປະຊາຊົນຫວຽດນາມ) ແລະທ່ານພັນເອກ ບຸນສົມ ອິນທະລາ ຫົວໜ້າການທະຫານກອງພົນທີ 5 (ກອງທັບປະຊາຊົນລາວ) ເປັນປະທານກອງປະຊຸມ.
    |
 |
|
ທ່ານພົນຕີ ເລງອັກຫາຍ ຜູ້ບັນຊາການທະຫານເຂດ 5 ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: qdnd.vn |
ທີ່ກອງປະຊຸມ, ສອງຝ່າຍໄດ້ເຫັນດີເປັນເອກະພາບຕີລາຄາວ່າ ແຕ່ປີ 2025 ມາຮອດປະຈຸບັນ, ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານຫວຽດນາມ-ລາວ ສືບຕໍ່ໄດ້ຮັບການປັບປຸງ, ພັດທະນາ; ກອງທັບສອງປະເທດຮັກສາບົດບາດຫຼັກແຫຼ່ງໃນການຜັນຂະຫຍາຍຂໍ້ຕົກລົງຂັ້ນສູງສະບັບຕ່າງໆຢ່າງມີປະສິດທິຜົນ, ປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອພັດທະນາຢູ່ແຕ່ລະປະເທດ.
    |
 |
|
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn |
ທີ່ກອງປະຊຸມ, ທ່ານພົນຕີ ເລງອັກຫາຍ ໃຫ້ຮູ້ວ່າ ຫວຽດນາມ ພວມຜັນຂະຫຍາຍແຜນນະໂຍບາຍສັບຊ້ອນກົງຈັກການຈັດຕັ້ງອໍານາດການປົກຄອງທ້ອງຖິ່ນໃຫ້ກະທັດຮັດຕາມຮູບແບບສອງຂັ້ນ. ບົນພື້ນຖານນັ້ນ, ກອງທັບປະຊາຊົນຫວຽດນາມ ໄດ້ດັດປັບການຈັດຕ້ັງກໍາລັງໃຫ້ສອດຄ່ອງ. ສະເພາະຢູ່ບໍລິເວນທະຫານເຂດ 5 ໃນປະຈຸບັນມີ 5 ກອງບັນຊາການທະຫານແຂວງ, ນະຄອນ; ກອງບັນຊາການປ້ອງກັນເຂດ, ກອງບັນຊາການທະຫານຂັ້ນຕາແສງ ໄດ້ຮັບການບູລະນະ, ຮັບປະກັນການເຄື່ອນໄຫວໃຫ້ມີປະສິດທິຜົນ, ມີຜົນສັກສິດ.
    |
 |
|
ທ່ານພັນເອກ ບຸນສົມ ອິນທະລາ ຫົວໜ້າການທະຫານກອງພົນທີ 5 (ກອງທັບປະຊາຊົນລາວ) ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: qdnd.vn |
    |
 |
|
ສອງຫົວໜ້າຄະນະ ລົງນາມໃນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືປີ 2026. ພາບ: qdnd.vn |
ກ່ຽວກັບທິດທາງປີ 2026, ສອງຝ່າຍຈະສຸມໃສ່ເພີ່ມທະວີການໂຄສະນາ, ສຶກສາອົບຮົມໃຫ້ແກ່ພະນັກງານ, ນັກຮົບ ແລະປະຊາຊົນສອງປະເທດກ່ຽວກັບມູນເຊື້ອການພົວພັນຫວຽດນາມ-ລາວ; ຮັກສາກົນໄກແລກປ່ຽນຂໍ້ມູນຂ່າວສານຢ່າງແໜ້ນແຟ້ນ, ສົມທົບກັນຄຸ້ມຄອງ, ປົກປັກຮັກສາຊາຍແດນ, ແກ້ໄຂບັນຫາເກີດຂຶ້ນໃໝ່ຢ່າງທັນທີ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດຊາຍແດນຢ່າງໝັ້ນຄົງ; ສົມທົບກັນປ້ອງກັນ, ຕ້ານພະຍາດ, ກູ້ໄພ-ກູ້ຊີບ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທໍາມະຊາດຢ່າງມີປະສິດທິຜົນ.
    |
 |
|
ຜູ້ແທນເຂົ້າຮ່ວມກອງປະຊຸມຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn |
ບັນດາກົມກອງສືບຕໍ່ຍູ້ແຮງການຮ່ວມມືເຂົ້າສູ່ລວງເລິກ; ເພີ່ມທະວີການພົບປະແລກປ່ຽນ, ແລກປ່ຽນບົດຮຽນການຝຶກແອບ, ການສຶກສາ-ບໍາລຸງສ້າງ; ໜູນຊ່ວຍກໍ່ສ້າງພື້ນຖານວັດຖຸ; ສົມທົບກັນຜັນຂະຫຍາຍການເຄື່ອນໄຫວດ້ານເສດຖະກິດ-ສັງຄົມຢູ່ບໍລິເວນພາກໃຕ້ລາວ. ຝ່າຍລາວ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ກໍາລັງ, ວິສາຫະກິດທະຫານເຂດ 5 ປະຕິບັດໜ້າທີ່; ໜູນຊ່ວຍວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ.
ສິ້ນສຸດກອງປະຊຸມ, ສອງຫົວໜ້າຄະນະ ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມື ປີ 2026. ກອງປະຊຸມສາມັນ ຄັ້ງທີ 37 ຄາດວ່າ ຈະຈັດຕັ້ງຢູ່ຫວຽດນາມ. ເນື່ອງໃນໂອກາດນີ້, ຄະນະປະຕິບັດງານທະຫານເຂດ 5 ໄດ້ໄປຢຽມຢາມ, ອວຍພອນປີໃໝ່ໃຫ້ການນໍາແຂວງ ຈໍາປາສັກ.
ໂດຍ: ດັ້ງເກື່ອງ