ກອງພົນ 302 (ເຂດທະຫານ 7): ຍົກສູງຄຸນນະພາບການຝຶກແອບນັກຮົບໃໝ່
ກປ.ອອນໄລ - ໃນລະຫວ່າງວັນທີ 7-11 ເມສາ, ກອງພົນ 302 (ເຂດທະຫານ 7) ໄດ້ຈັດຕັ້ງການກວດກາຍິງລູກປືນແທ້ ບົດທີ 1 ປືນ AK (ທ່ານອນຍິງ, ເປົ້າໝາຍເລກ 4) ສໍາລັບນັກຮົບໃໝ່ປີ 2026.
ກ່ອນທີ່ດໍາເນີນການກວດກາ, ທາງກົມກອງໄດ້ຊາບຊຶມຈຸດປະສົງ, ຄວາມຮຽກຮ້ອງຕ້ອງການ ແລະເນື້ອໃນຢ່າງຈະແຈ້ງ; ເຜີຍແຜ່ການກໍານົດກ່ຽວກັບຄວາມປອດໄພ ແລະລະບຽບວິໄນຢູ່ສະໜາມຝຶກແອບຢ່າງເຂັ້ມງວດ. ວຽກງານກະກຽມໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ ແລະແໜ້ນແຟ້ນ ຈາກອາວຸດຍຸດໂທປະກອນ, ລະບົບເປົ້າຍິງ ຈົນຮອດການປະສານສົມທົບ, ເງື່ອນໄຂຮັບໃຊ້ໄດ້ຮັບປະກັນຢ່າງພຽງພໍ. ບັນດານັກຮົບໄດ້ຜ່ານການຝຶກແອບໂດຍພື້ນຖານ ແລະຈັງຫວະມີຄວາມຊຳນິຊໍານານ. ພະນັກງານທຸກຂັ້ນໄດ້ເພີ່ມທະວີການຕິດແທດ, ແນະນຳ ແລະລະດົມກຳລັງໃຈ, ຊ່ວຍໃຫ້ນັກຮົບມີສະພາບຈິດໃຈອຸ່ນອ່ຽນ, ຮັກສາຄວາມທຸ່ນທ່ຽງໝັ້ນໃຈເມື່ອປະຕິບັດການຍິງ.
ໃນການກວດກາຄັ້ງຕ່າງໆ, ດ້ວຍການກະກຽມຢ່າງຮອບຄອບຖີ່ຖ້ວນທາງດ້ານເຕັກນິກ ແລະສະພາບຈິດໃຈ, ບັນດານັກຮົບ ໄດ້ປະຕິບັດຖືກຕາມທ່າທາງຈັງຫວະ, ທຸ່ນທ່ຽງ, ໝັ້ນໃຈໃນການທຳລາຍເປົ້າໝາຍ. ຜົນການກວດກາແມ່ນບັນລຸໄດ້ຕາມເປົ້າໝາຍທີ່ໄດ້ວາງອອກ, ຮັບປະກັນຄວາມປອດໄພຢ່າງເດັດຂາດ ແລະປະຕິບັດຕາມລະບຽບວິໄນຢ່າງເຂັ້ມງວດ.
ຜ່ານການກວດກາຄັ້ງນີ້, ການນໍາ, ຜູ້ບັນຊາການກົມກອງ ໄດ້ຖອດຖອນບົດຮຽນຢ່າງທັນການ ແລະວາງອອກຫຼາຍມາດຕະການ ເພື່ອແນໃສ່ຍົກສູງຄຸນນະພາບການຝຶກແອບໃນໄລຍະຈະມາເຖິງ.
    |
 |
|
ນັກຮົບໃໝ່ ຢູ່ສະຖານທີ່ລໍຖ້າກ່ອນທີ່ຈະຍິງ. ພາບ: qdnd.vn |
    |
 |
|
ນັກຮົບໃໝ່ ປະຕິບັດການສາກລູກປືນ ເພື່ອກະກຽມຂຶ້ນຍິງ. ພາບ: qdnd.vn |
    |
 |
|
ປະຕິບັດທ່ານອນຍິງ ເປົ້າໝາຍເລກ 4. ພາບ: qdnd.vn |
    |
 |
|
ນັກຮົບໃໝ່ ມີຄວາມໝັ້ນໃຈໃນການປະຕິບັດການຍິງ. ພາບ: qdnd.vn |
    |
 |
|
ປະຕິບັດການສິ້ນສຸດການຍິງ. ພາບ: qdnd.vn |
    |
 |
|
ມອບດອກໄມ້ ໃຫ້ແກ່ນັກຮົບຍິງເກັ່ງ. ພາບ: qdnd.vn |
    |
 |
|
ນັກຮົບຍິງເກັ່ງ ໄດ້ຮັບການມອບດອກໄມ້. ພາບ: qdnd.vn |
ໂດຍ: ທູຈາງ