ທ່ານພັນເອກພິເສດ ຈິ້ງຟ້າມຮວ່າ, ເລຂາພັກ, ຮອງຜູ້ບັນຊາການແມ່ທັບນ້ອຍ 16 ເປັນຫົວໜ້າຄະນະ. ຕ້ອນຮັບຄະນະມີທ່ານພົນຕີ Yong Mao, ຮອງຫົວໜ້າກົມໃຫຍ່ການບໍລິການການທະຫານ, ກະຊວງປ້ອງກັນປະເທດກຳປູເຈຍ.

ຕາງໜ້າຄະນະພັກ ແລະກອງບັນຊາການແມ່ທັບນ້ອຍ 16, ທ່ານພັນເອກພິເສດ ຈິ້ງຟ້າມຮວ່າ ໄດ້ສົ່ງຄຳອວຍພອນໄຊອັນປະເສີດ ມາຍັງທ່ານພົນຕີ  Yong Mao ພ້ອມດ້ວຍພະນັກງານ, ນັກຮົບຂອງກົມໃຫຍ່ການບໍລິການການທະຫານ ທຸກຖ້ວນໜ້າ ເນື່ອງໃນໂອກາດບຸນປີໃໝ່. ທ່ານພັນເອກພິເສດ ຈິ້ງຟ້າມຮວ່າ ສະແດງຄວາມເຊື່ອໝັ້ນວ່າ ບົນພື້ນຖານສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ, ສາຍພົວພັນຄວາມສາມັກຄີ ແລະການຮ່ວມມືລະຫວ່າງແມ່ທັບນ້ອຍ 16 ກັບກົມໃຫຍ່ການບໍລິການການທະຫານ ຈະສືບຕໍ່ໄດ້ຮັບການປັບປຸງ ແລະພັດທະນາໃຫ້ນັບມື້ນັບແໜ້ນແຟ້ນຂຶ້ນຕື່ມ.

leftcenterrightdel
ຄະນະປະຕິບັດງານແມ່ທັບນ້ອຍ 16 ມອບຂອງຂວັນໃຫ້ກົມໃຫຍ່ການບໍລິການການທະຫານ, ກະຊວງປ້ອງກັນປະເທດກຳປູເຈຍ. ພາບ: qdnd.vn

ທ່ານພົນຕີ  Yong Mao ເນັ້ນໜັກວ່າ ປະຊາຊົນກຳປູເຈຍ ຍາມໃດກໍເຄົາລົບນັບຖືຕໍ່ການເສຍສະຫຼະອັນໃຫຍ່ຫຼວງຂອງທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ໃນບັນດາໄລຍະປະຫວັດສາດ. ທ່ານພົນຕີ  Yong Mao ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບທີ້ເປັນມູນເຊື້ອ ກຳປູເຈຍ - ຫວຽດນາມ ຈະສືບຕໍ່ໄດ້ຮັບການປັບປຸງ, ພັດທະນາແບບຍືນຍົງ, ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ແກ່ປະຊາຊົນສອງປະເທດ; ພ້ອມທັງສະແດງຄວາມດີໃຈຕໍ່ກັບຄວາມເອົາໃຈໃສ່, ການຢ້ຽມຢາມຖາມຂ່າວ ແລະອວຍພອນປີໃໝ່ຂອງຄະນະປະຕິບັດງານແມ່ທັບນ້ອຍ 16 ແລະຢືນຢັນວ່າ ຈະສືບຕໍ່ສົມທົບຢ່າງແໜ້ນແຟ້ນ, ປະກອບສ່ວນເພີ່ມທະວີສາຍພົວພັນສາມັກຄີມິດຕະພາບລະຫວ່າງກອງທັບສອງປະເທດ.

leftcenterrightdel
ຄະນະປະຕິບັດງານແມ່ທັບນ້ອຍ 16 ອວຍພອນປີໃໝ່ພະນັກງານ, ນັກຮົບຂອງກົມພັດທະນາ, ກະຊວງປ້ອງກັນປະເທດກຳປູເຈຍ. ພາບ: qdnd.vn
leftcenterrightdel
ກົມພັດທະນາ, ກະຊວງປ້ອງກັນປະເທດກຳປູເຈຍ ມອບຂອງຂວັນໃຫ້ແກ່ຄະນະປະຕິບັດງານແມ່ທັບນ້ອຍ 16. ພາບ: qdnd.vn

ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີໃນການແລກປ່ຽນຂໍ້ມູນຂ່າວສານ, ຕີລາຄາ ແລະຄາດຄະເນສະພາບການ; ສົມທົບກັນແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນຢ່າງທັນການ ແລະມີປະສິດທິຜົນ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບບັງເອີນ, ພ້ອມທັງຮັກສາການເຄື່ອນໄຫວກວດພະຍາດ, ແຈກຢາຍຢາໂດຍບໍ່ເກັບຄ່າ ແລະມອບຂອງຂວັນໃຫ້ແກ່ກຳລັງປະກອບອາວຸດ ແລະປະຊາຊົນກຳປູເຈຍ ໃຫ້ເປັນຢ່າງດີ, ປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງກອງທັບ ແລະປະຊາຊົນສອງປະເທດ ຫວຽດນາມ - ກໍາປູເຈຍ.

ກ່ອນໜ້ານັ້ນ, ຄະນະປະຕິບັດງານຂອງແມ່ທັບນ້ອຍ 16 ໄດ້ມາຢ້ຽມຢາມ ແລະອວຍພອນປີໃໝ່ ທີ່ກົມພັດທະນາ, ກະຊວງປ້ອງກັນປະເທດກຳປູເຈຍ.

ໂດຍ: ທູຈາງ