ຄະນະປະຕິບັດງານ ໄດ້ມາຢ້ຽມຢາມ ແລະກວດກາຢູ່ເກາະຕ່າງໆ, ຄື: ດ໊ານາມ, ເຊີນກາ, ດ໊າທິ, ຊິງໂຕ່ນດົງ, ແລນດາວ, ຕົກຕານ C, ຟານວິງ B, ດ໊າດົງ A, ເຈື່ອງຊາດົງ, ດ໊າໄຕ A, ດ໊າລາດ ແລະຮ້ານເວນຍາມ DK1/14. ຢູ່ບັນດາເກາະ ແລະຮ້ານເວນຍາມ, ຄະນະປະຕິບັດງານ ໄດ້ກວດກາທຸດກ້ານວຽກງານ ຢ່າງຮອບດ້ານ, ໂດຍສຸມໃສ່ໜ້າທີ່ການຝຶກແອບ, ກຽມພ້ອມສູ້ຮົບ; ການຝຶກຝົນຫຼໍ່ຫຼອມລະບຽບວິໄນ, ການກໍ່ສ້າງລະບຽບແບບແຜນ, ລະບຽບວິໄນ; ການເຄື່ອນໄຫວວຽກງານພັກ, ວຽກງານການເມືອງ; ວຽກງານຮັບປະກັນພະລາທິການ-ເຕັກນິກ, ການເບິ່ງແຍງດູແລຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈ, ການພັດທະນາເສດຖະກິດ-ສັງຄົມ ຂອງທະຫານ ແລະປະຊາຊົນຢູ່ໝູ່ເກາະເຈື່ອງຊາ ແລະຮ້ານເວນຍາມ DK1; ພ້ອມທັງຢ້ຽມຢາມຖາມຂ່າວ, ມອບຂອງຂວັນ, ລະດົມກຳລັງໃຈພະນັກງານ, ນັກຮົບ, ປະຊາຊົນ ພ້ອມດ້ວຍກຳລັງຕ່າງໆທີ່ພວມປະຕິບັດໜ້າທີ່ຢູ່ເກາະ ແລະຮ້ານເວນຍາມ.

ກ່າວຄໍາເຫັນສະຫຼຸບການໄປປະຕິບັດງານ, ທ່ານພົນຕີ ຫງວຽນບ໊າລຶກ ເນັ້ນໜັກວ່າ: ການຢ້ຽມຢາມ ແລະກວດກາແກາະຕ່າງໆ ແລະຮ້ານເວນຍາມ DK1 ຂອງກົມໃຫຍ່ເສນາທິການ ແລະບັນດາອົງການ, ກົມກອງ ໄດ້ປະຕິບັດສຳເລັດຕາມເນື້ອໃນ ແລະແຜນການ, ບັນລຸໄດ້ຈຸດປະສົງ ແລະຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງອອກ. ບັນດາກົມກອງ ແລະກຳລັງທີ່ປະຕິບັດໜ້າທີ່ຢູ່ເກາະ ໄດ້ຮັກສາລະບຽບກຽມພ້ອມສູ້ຮົບຢ່າງເຂັ້ມງວດ. ເປັນເຈົ້າການໃນການສ້າງແຜນການ ແລະຈັດການຝຶກແອບຢ່າງຊໍານິຊຳນານ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບບັງເອີນໃນທຸກສະຖານະການ. ການເຄື່ອນໄຫວວຽກງານພັກ, ວຽກງານການເມືອງ ໄດ້ຕິດແທດກັບໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ. ວຽກງານສ້າງກໍາລັງຫຼວງ, ການຄຸ້ມຄອງລະບຽບວິໄນ, ການກໍ່ສ້າງອົງການ, ກົມກອງເຂັ້ມແຂງຮອບດ້ານ "ເປັນແບບຢ່າງ, ດີເດັ່ນ" ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກຄະນະພັກ ແລະຜູ້ບັນຊາການຂອງບັນດາກົມກອງ. ວຽກງານຮັບປະກັນພະລາທິການ-ເຕັກນິກ ໄດ້ຮັບຄວາມເອົາໃຈໃສ່, ອາວຸດຍຸດໂທປະກອນທີ່ຄົບຊຸດ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈຂອງພະນັກງານ, ນັກຮົບ, ປະຊາຊົນ ພ້ອມດ້ວຍບັນດາກໍາລັງປະຕິບັດໜ້າທີ່ຢູ່ເກາະຕ່າງໆ ແລະຮ້ານເວນຍາມ ໄດ້ຮັບຄວາມເອົາໃຈໃສ່.

leftcenterrightdel
 
leftcenterrightdel
ຄະນະປະຕິບັດງານ ຖະຫວາຍທູບທຽນຢູ່ເຂດອາໄລຫານັກຮົບ ກາກມາ (ແຂວງແຄ໋ງຮວ່າ). ພາບ: qdnd.vn
leftcenterrightdel
ຫົວໜ້າຄະນະປະຕິບັດງານ ກວດກາວິຊາງົດງາມ ສໍາລັບພະນັກງານ, ນັກຮົບຢູ່ເກາະ ຊິງໂຕ່ນດົງ. ພາບ: qdnd.vn
leftcenterrightdel
 
leftcenterrightdel
ພະນັກງານ, ນັກຮົບຢູ່ເກາະ ຈັດຕັ້ງການຝຶກຊ້ອມ. ພາບ: qdnd.vn
leftcenterrightdel
ທ່ານພົນຕີ ຫງວຽນບ໊າລຶກ ມອບຂອງຂວັນໃຫ້ພະນັກງານ, ນັກຮົບ, ບັນດາກໍາລັງປະຕິບັດໜ້າທີ່ ແລະປະຊາຊົນຢູ່ບັນດາເກາະ. ພາບ: qdnd.vn
leftcenterrightdel
ຄະນະປະຕິບັດງານ ມອບຂອງຂວັນລະດົມກຳລັງໃຈບັນດາຄອບຄົວຢູ່ເກາະ ດ໊າໄຕ A . ພາບ: qdnd.vn

ໂດຍ: ທູຈາງ