ເປັນເຈົ້າການກະກຽມຊັບພະຍາກອນມະນຸດທີ່ມີມາດຕະຖານຄົບຖ້ວນເພື່ອເຂົ້າຮ່ວມການຮັກສາສັນຕິພາບ
ກປ.ອອນໄລ - ຕອນເຊົ້າວັນທີ 7 ເມສາ, ທີ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມລາຍງານຜົນການປະຕິບັດໜ້າທີ່ໃນໄລຍະຜ່ານມາ ແລະທິດທາງໜ້າທີ່ຮອດໝົດປີ 2026 ຂອງກົມຮັກສາສັນຕິພາບຫວຽດນາມ.
ທ່ານພົນໂທ ຫງວຽນເຈື່ອງຖັງ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກຸ່ມປະຕິບັດງານລະຫວ່າງຂະແໜງ, ຫົວໜ້າຄະນະຊີ້ນຳກະຊວງປ້ອງກັນປະເທດກ່ຽວກັບການເຂົ້າຮ່ວມຮັກສາສັນຕິພາບ ສປຊ, ໄດ້ເປັນປະທານກອງປະຊຸມ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ຫງວຽນເຈື່ອງຖັງ ໄດ້ຮັບຮູ້ວ່າ ກົມຮັກສາສັນຕິພາບຫວຽດນາມ ໄດ້ປະຕິບັດວຽກງານຄຸ້ມຄອງ, ບັນຊາ, ຊີ້ນຳ, ບໍລິຫານບັນດາກຳລັງທີ່ເຂົ້າຮ່ວມຢູ່ບັນດາຄະນະປະຕິບັດງານເປັນຢ່າງດີ, ປະຕິບັດລະບຽບວິໄນຢ່າງເຂັ້ມງວດ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ປະຕິບັດສໍາເລັດໜ້າທີ່ເປັນຢ່າງດີ; ເປັນເຈົ້າການສົມທົບກັບອົງການ, ກົມກອງ ເພື່ອປະຕິບັດວຽກງານໃຫ້ເປັນເສນາທິການແກ່ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ກ່ຽວກັບການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ເປັນຢ່າງດີ.
    |
 |
|
ບັນຍາກາດທີ່ກອງປະຊຸມ. ພາບ: ຕວນຮຸຍ |
ເພື່ອຮັບປະກັນບັນດາໜ້າທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ໃນຊຸມປີຕໍ່ໜ້າ, ແຕ່ນີ້ມາຮອດທ້າຍປີ 2026, ທ່ານພົນໂທ ຫງວຽນເຈື່ອງຖັງ ໄດ້ຊີ້ນຳໃຫ້ກົມຮັກສາສັນຕິພາບຫວຽດນາມ ສົມທົບກັບອົງການ, ກົມກອງໃນທົ່ວກອງທັບ ເພື່ອປະຕິບັດວຽກງານກະກຽມຊັບພະຍາກອນມະນຸດທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ເປັນຢ່າງດີ; ສຸມໃສ່ຍົກສູງຄວາມສາມາດດ້ານພາສາຕ່າງປະເທດໃຫ້ແກ່ກໍາລັງທີ່ເຂົ້າຮ່ວມທີ່ບັນດາຄະນະປະຕິບັດງານ...
ທີ່ກອງປະຊຸມ, ທ່ານພົນຈັດຕະວາ ຟ້າມແມ້ງຖັງ, ຫົວໜ້າກົມຮັກສາສັນຕິພາບຫວຽດນາມ ໄດ້ລາຍງານຜົນການປະຕິບັດໜ້າທີ່ຮັກສາສັນຕິພາບ ສປຊ, ທິດທາງໜ້າທີ່ ຮອດໝົດປີ 2026. ຕາມນັ້ນ, ຫວຽດນາມ ຄາດຄະເນຈະສົ່ງກຳລັງເຂົ້າຮ່ວມການຝຶກຊ້ອມຄູ່ຮ່ວມກອງທັບພາກພື້ນ ເພື່ອການພັດທະນາ ແລະການປ່ຽນແປງໃໝ່ຢູ່ພາກພື້ນມະຫາສະໝຸດອິນເດຍ ຄັ້ງທີ 1 (PRAGATI-I) ໃນເດືອນພຶດສະພາ 2026 ແລະການຝຶກຊ້ອມ VINBAX 2026 ໃນເດືອນກັນຍາ 2026 ໂດຍ ອິນເດຍ ຈັດຕັ້ງ.
ໂດຍ: ຈາງຫງວຽນ