ກົມເສນາທິການທະຫານເຂດ 7 ອວຍພອນປີໃໝ່ ທີ່ກຳປູເຈຍ
ກປ.ອອນໄລ - ວັນທີ 7 ເມສາ, ຄະນະປະຕິບັດງານຂອງກົມເສນາທິການ ທະຫານເຂດ 7 ນຳໂດຍທ່ານພັນເອກພິເສດ ຟຸ່ງເທຮຸ່ງ, ຮອງຫົວໜ້າເສນາທິການທະຫານເຂດ, ໄດ້ໄປຢ້ຽມຢາມ ແລະອວຍພອນປີໃໝ່ກອງພົນແຊກແຊງທີ 2, ກອງບັນຊາການທະຫານບົກ, ກອງທັບແຫ່ງ ລາຊະອານາຈັກກຳປູເຈຍ ເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay ປີ 2026.
ທ່ານພັນເອກພິເສດ ຟຸ່ງເທຮຸ່ງ ໄດ້ສົ່ງຄຳອວຍພອນປີໃໝ່ມາຍັງພະນັກງານ, ນັກຮົບຂອງກອງພົນແຊກແຊງທີ 2 ພ້ອມດ້ວຍຄອບຄົວ; ພ້ອມທັງແຈ້ງໃຫ້ຊາບໂດຍສັງເຂບກ່ຽວກັບໝາກຜົນຂອງການປະຕິບັດໜ້າທີ່ຂອງກົມເສນາທິການ ທະຫານເຂດ 7 ໃນໄລຍະຜ່ານມາ ແລະແລກປ່ຽນເຫັນດີເປັນເອກະພາບກ່ຽວກັບການຕີລາຄາຜົນການຮ່ວມມືລະຫວ່າງສອງກົມກອງໃນປີ 2025. ໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບຈະເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນກໍາແໜ້ນສະພາບການ; ຍູ້ແຮງວຽກງານພົບປະແລກປ່ຽນ; ສືບຕໍ່ສົມທົບກັນຊອກຫາ, ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ; ເພີ່ມທະວີການສົມທົບກັນຮັບປະກັນຄວາມສະຫງົບ, ຄວາມປອດໄພໃຫ້ບັນດາຄະນະປະຕິບັດງານ; ໜູນຊ່ວຍປະຊາຊົນເຊື້ອສາຍຫວຽດນາມ ແລະວິສາຫະກິດຫວຽດນາມ ພວມດໍາລົງຊີວິດ ແລະເຮັດວຽກຢູ່ກຳປູເຈຍ ຢ່າງຖືກຕ້ອງຕາມກົດໝາຍ...
    |
 |
|
ຄະນະປະຕິບັດງານຂອງກົມເສນາທິການ ທະຫານເຂດ 7 ແລກປ່ຽນກັບພະນັກງານຂອງກອງພົນແຊກແຊງທີ 2. ພາບ: ຫງວຽນຕຽນ |
ທ່ານພົນເອກ Keo Thy, ຮອງຜູ້ບັນຊາການທະຫານບົກ ທັງເປັນຫົວໜ້າການທະຫານກອງພົນແຊກແຊງທີ 2, ໄດ້ສະແດງຄວາມຂອບໃຈຕໍ່ອາລົມຈິດອັນດີງາມ ແລະການໜູນຊ່ວຍຢ່າງມີເນື້ອແທ້ຂອງກົມເສນາທິການ ທະຫານເຂດ 7; ຢືນຢັນວ່າ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການປະຕິບັດໜ້າທີ່, ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງຄວາມສາມັກຄີ, ມິດຕະພາບອັນດີງາມທີ່ເປັນມູນເຊື້ອລະຫວ່າງສອງປະເທດ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃນສະພາບການໃໝ່.
ໂອກາດນີ້, ຄະນະ ກໍ່ໄດ້ວາງດອກໄມ້, ຖະຫວາຍທູບທຽນ ເພື່ອອາໄລຫານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຢູ່ອະນຸສາວະລີທະຫານອາສາສະໝັກຫວຽດນາມ ທີ່ນະຄອນ ຊຽມຣຽບ, ແຂວງຊຽມຣຽບ (ກຳປູເຈຍ).
ໂດຍ: ຈາງຫງວຽນ