ໃນການຢ້ຽມຢາມ, ກຸ່ມຜູ້ບັນຊາກຳປັ່ນຈະເຂົ້າຢ້ຽມຂໍ່ານັບການນຳຄະນະກຳມະການປະຊາຊົນນະຄອນດ່ານັ້ງ ແລະທະຫານເຮືອເຂດ 3; ລູກເຮືອຂອງກຳປັ່ນຈະເຂົ້າຮ່ວມການແຂ່ງຂັນກິລາມິດຕະພາບກັບພະນັກງານ, ນັກຮົບຂອງທະຫານເຮືອເຂດ 3, ຝຶກແອບຮ່ວມກັນຢູ່ທະເລ ແລະຢ້ຽມຊົມປູຊະນີຍະສະຖານປະຫວັດສາດ, ວັດທະນະທຳຂອງທ້ອງຖິ່ນ.

ການຢ້ຽມຢາມຄັ້ງນີ້ຂອງກຳປັ່ນກຳລັງປ້ອງກັນຕົວຢູ່ທະເລຍີ່ປຸ່ນ ເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມື, ຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ ລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ກັບກະຊວງປ້ອງກັນປະເທດຍີ່ປຸ່ນ ເວົ້າລວມ ແລະລະຫວ່າງທະຫານເຮືອຫວຽດນາມ ກັບກຳລັງປ້ອງກັນຕົວຢູ່ທະເລຍີ່ປຸ່ນ ເວົ້າສະເພາະ.

leftcenterrightdel
ພິທີຕ້ອນຮັບກໍາປັ່ນ Asahi ຂອງກຳລັງປ້ອງກັນຕົວຢູ່ທະເລຍີ່ປຸ່ນ ທີ່ທ່າກໍາປັ່ນຕຽນຊາ. ພາບ: qdnd.vn
leftcenterrightdel
ຜູ້ຕາງໜ້າຂອງທະຫານເຮືອເຂດ 3 ມອບດອກໄມ້ໃຫ້ຫົວໜ້າຄະນະຜູ້ແທນກຳລັງປ້ອງກັນຕົວຢູ່ທະເລຍີ່ປຸ່ນ. ພາບ: qdnd.vn
leftcenterrightdel
ຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn
leftcenterrightdel
ກໍາປັ່ນ Asahi ຂອງກຳລັງປ້ອງກັນຕົວຢູ່ທະເລຍີ່ປຸ່ນ ທີ່ທ່າກໍາປັ່ນຕຽນຊາ. ພາບ: qdnd.vn

ໂດຍ: ຈາງຫງວຽນ