leftcenterrightdel
ທ່ານພົນເອກ ຟານວັນຢາງ ເປັນປະທານການເຮັດວຽກກັບກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ. ພາບ: qdnd.vn

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ: ຫົວຂໍ້ປີ 2026 ຂອງກະຊວງປ້ອງກັນປະເທດ ແມ່ນເປັນເຈົ້າການ, ປ່ຽນແປງໃໝ່, ປະດິດຄິດສ້າງ, ຕັດສິນໃຈຄົ້ນຄວ້າ, ຜະລິດອາວຸດຍຸດໂທປະກອນທີ່ກ້າວໜ້າ, ທັນສະໄໝ. ນີ້ແມ່ນເງື່ອນໄຂເພື່ອໃຫ້ກໍ່ສ້າງກອງທັບປະຕິວັດ, ເປັນກໍາລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ສະນັ້ນ, ກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ ປະຕິບັດຕາມຄໍາຊີ້ນໍາຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ເລຂາຄະນະພັກການທະຫານສູນກາງ ກ່ຽວກັບ “2 ຢຶດໝັ້ນ, 3 ຍູ້ແຮງ, 2 ສະກັດກັ້ນ” ແລະທິດນໍາ “5 ໝັ້ນຍືນ” ຢ່າງເຂັ້ມງວດ; ສຸມໃສ່ຍູ້ແຮງການບຸກທະລຸໃນການພັດທະນາອຸດສາຫະກໍາປ້ອງກັນຊາດ ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ກຸ້ມຕົນເອງ, ມີຄຸນປະໂຫຍດສອງຢ່າງ, ທັນສະໄໝ; ຍົກສູງກໍາລັງຄວາມສາມາດໃນການຄົ້ນຄວ້າ, ພະຍາກອນ, ເປັນເສນາທິການໃຫ້ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ເພື່ອຜັນຂະຫຍາຍໜ້າທີ່, ມາດຕະການແກ້ໄຂປະຕິບັດບັນດາລາຍການ, ແຜນຮ່າງ, ໂຄງການຈຸດສຸມຢ່າງຂ້ຽວຂາດ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: qdnd.vn

ຍູ້ແຮງການບຸກທະລຸໃນການພັດທະນາວິທະຍາສາດເຕັກໂນໂລຢີ, ປ່ຽນແປງໃໝ່ປະດິດຄິດສ້າງ ແລະຫັນເປັນດີຈີຕອນ. ຍົກສູງປະສິດທິຜົນວຽກງານຄົ້ນຄວ້າ, ດັດສ້າງ ແລະທົດລອງອາວຸດ ຕາມທິດລວບລວມລະບົບ. ສຸມໃສ່ຄົ້ນຄວ້າ, ອອກແບບບັນດາຜະລິດຕະພັນອາວຸດຍຸດໂທປະກອນທັນສະໄໝ, ສະຫຼາດ; ສົມທົບກັບບັນດາອົງການ, ກົມກອງ, ສະເໜີບັນຊີລາຍຊື່ອາວຸດຍຸດໂທປະກອນເຕັກນິກທີ່ມີຄວາມຕ້ອງການຄົ້ນຄວ້າ, ດັດສ້າງອັນຮີບດ່ວນໃນໄລຍະຈະມາເຖິງ.

ຍູ້ໄວຄວາມຄືບໜ້າຢ່າງຂ້ຽວຂາດ, ປະຕິບັດສໍາເລັດບັນດາໂຄງການລົງທຶນຈຸດສຸມ, ສ້າງຕັ້ງບັນດາສູນອຸດສາຫະກໍາປ້ອງກັນຊາດລົງເລິກວິຊາສະເພາະໂດຍໄວ. ສືບຕໍ່ເປັນເສນາທິການໃຫ້ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ເພື່ອດັດປັບການຈັດຕັ້ງກໍາລັງຂອງກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ ໃຫ້ຍອດຢ້ຽມ, ກະທັດຮັດ, ເຂັ້ມແຂງ; ປະຕິບັດການສັບຊ້ອນວິສາຫະກິດຕາມແຜນການ ແລະການຊີ້ນໍາຂອງກະຊວງປ້ອງກັນປະເທດ. ຍູ້ແຮງການໝູນໃຊ້ຮູບແບບ ແລະເຄື່ອງມືຄຸ້ມຄອງວິສາຫະກິດ; ກໍານົດທິດທາງ, ແບ່ງວຽກຕາມຄວາມຄັບຜິດຊອບ, ຈັດແຈງການຜະລິດ, ກະກຽມເອກະສານ, ອຸປະກອນເພື່ອຮັບໃຊ້ການຜະລິດປ້ອງກັນຊາດຢ່າງພຽງພໍ. ສ້າງ ແລະວາງອອກແຜນການຜະລິດ, ດຳເນີນທຸລະກິດ, ບັນດາຕົວເລກຄາດໝາຍ ໃຫ້ຕິດແທດກັບໜ້າທີ່ປ້ອງກັນຊາດ. ຈັດຕັ້ງການຜະລິດ, ສ້ອມແປງ, ມອບ-ຮັບບັນດາຜະລິດຕະພັນປ້ອງກັນຊາດ ຮັບປະກັນຖືກກັບຄວາມຄືບໜ້າ, ຄຸນນະພາບ. ເປັນເຈົ້າການລະດົມທຸກແຫຼ່ງກຳລັງ, ເພີ່ມສະມັດຕະພາບການຜະລິດອາວຸດຍຸດໂທປະກອນເຕັກນິກ, ຍົກສູງກຳລັງຄວາມສາມາດສູ້ຮົບຂອງກອງທັບ.

ໂດຍ: ທູຈາງ