ກວດກາການເຝິກຊ້ອມຫັນພາວະກຽມພ້ອມສູ້ຮົບທີ່ແມ່ທັບນ້ອຍ 15
ກປ.ອອນໄລ - ວັນທີ 6 ແລະວັນທີ 7 ມີນາ, ຄະນະກວດກາຂອງກະຊວງ ປ້ອງກັນປະເທດ ນໍາໂດຍ ທ່ານພົນຕີ ຫງວຽນບ໊າລຶກ ຮອງຫົວໜ້າກົມໃຫຍ່ ເສນາທິການ ໄດ້ກວດກາວຽກງານເຝິກຊ້ອມຫັນພາວະກຽມພ້ອມສູ້ຮົບ ທີ່ ແມ່ທັບນ້ອຍ 15.
    |
 |
|
ທ່ານພົນຕີ ຫງວຽນບ໊າລຶກ ກວດກາການຖືອາວຸດຂອງພະນັກງານ, ນັກຮົບ ແມ່ທັບນ້ອຍ 15. ພາບ: qdnd.vn |
ຄະນະກວດກາ ຕີລາຄາສູງວຽກງານກະກຽມຂອງແມ່ທັບນ້ອຍ 15. ລະບົບ ເອກະສານຫັນພາວະກຽມພ້ອມສູ້ຮົບ; ແຜນການເຄື່ອນທີ່ກໍາລັງ, ຍົກຍ້າຍສໍານັກບັນຊາອອກຈາກເຂດອົບພະຍົບ; ແຜນການຮັບປະກັນພະລາທິການ- ເຕັກນິກ ໄດ້ສ້າງຂຶ້ນຢ່າງໜັກແໜ້ນ, ມີວິທະຍາສາດ. ວຽກງານຮັບປະກັນ ການສື່ສານ, ຈັດຕັ້ງການບໍາລຸງສ້າງໃຫ້ແກ່ພະນັກງານບັນຊາທຸກຂັ້ນໄດ້ຜັນຂະຫຍາຍປະຕິບັດຢ່າງເຂັ້ມງວດ. ການເຄື່ອນໄຫວວຽກງານພັກ, ວຽກງານການເມືອງ ໃນການຫັນພາວະກຽມພ້ອມສູ້ຮົບ ໄດ້ຈັດຕັ້ງຢ່າງ ຄົບຊຸດ, ຕິດແທດກັບສະພາບຕົວຈິງ, ປະກອບສ່ວນຍົກສູງສະຕິຄວາມຮັບຜິດຊອບ ແລະຄຸນທາດໃຫ້ແກ່ພະນັກງານ, ນັກຮົບ.
    |
 |
|
ທ່ານພົນຕີ ຫງວຽນບ໊າລຶກ ກວດກາການເຝິກຊ້ອມຫັນພາວະກຽມພ້ອມສູ້ຮົບຂອງແມ່ທັບນ້ອຍ 15. ພາບ: qdnd.vn |
ສະຫຼຸບການກວດກາ, ທ່ານພົນຕີ ຫງວຽນບ໊າລຶກ ຍ້ອງຍໍຊົມເຊີຍຄວາມຮັບ ຜິດຊອບ, ການເປັນເຈົ້າການຂອງພະນັກງານ, ນັກຮົບແມ່ທັບນ້ອຍ 15 ໃນວຽກງານກະກຽມ ແລະຈັດຕັ້ງການເຝິກຊ້ອມຫັນພາວະກຽມພ້ອມສູ້ຮົບ. ສະຫາຍ ຮອງຫົວໜ້າກົມໃຫຍ່ເສນາທິການ ຮຽກຮ້ອງວ່າ ໃນໄລຍະຈະມາ ເຖິງ, ແມ່ທັບນ້ອຍ 15 ສືບຕໍ່ເຊື່ອມຊຶມ ແລະປະຕິບັດເປັນຢ່າງດີວຽກງານ ການທະຫານ, ການປ້ອງກັນຊາດ ປີ 2026; ກວດກາຄືນ, ປັບປຸງລະບົບ ເອກະສານ, ແຜນການກຽມພ້ອມສູ້ຮົບຢ່າງເປັນປະຈໍາ; ຈັດຕັ້ງການຖອດ ຖອນບົດຮຽນ, ແກ້ໄຂຈຸດອ່ອນ ແລະຂໍ້ບົກຜ່ອງຢ່າງທັນການ.
    |
 |
|
ທ່ານພົນຕີ ຫງວຽນບ໊າລຶກ ກ່າວຄໍາເຫັນທີ່ການກວດກາ. ພາບ: qdnd.vn |
ທ່ານພົນຕີ ຫງວຽນບ໊າລຶກ ເນັ້ນໜັກວ່າ ແມ່ທັບນ້ອຍ 15 ຕ້ອງສືບຕໍ່ຍົກສູງ ຄຸນນະພາບການສ້າງລະບຽບແບບແຜນ, ຝຶກຝົນຫຼໍ່ຫຼອມລະບຽບວິໄນ, ຍົກສູງລະດັບການຈັດຕັ້ງບັນຊາ ແລະຄວາມສາມາດປະສານສົມທົບ, ແກ້ໄຂສະຖານະການ, ບໍ່ໃຫ້ຕົກຢູ່ໃນທ່າຮັບ, ບັງເອີນໃນທຸກເງື່ອນໄຂ; ພ້ອມທັງເປັນເຈົ້າການສົມທົບຢ່າງແໜ້ນແຟ້ນກັບຄະນະພັກ, ອໍານາດການປົກ ຄອງທ້ອງຖິ່ນ ຮັກສາສະຖຽນລະພາບການເມືອງ, ຄວາມເປັນລະບຽບຮຽບ ຮ້ອຍ, ຄວາມປອດໄພໃນສັງຄົມຢູ່ບໍລິເວນ, ປະກອບສ່ວນຮັບປະກັນຄວາມ ສະຫງົບ, ຄວາມປອດໄພຢ່າງເດັດຂາດໃຫ້ແກ່ການເລືອກຕັ້ງສະມາຊິກສະ ພາແຫ່ງຊາດ ຊຸດທີ XVI ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031.
ໂດຍ: ໄຊຊະນະ