ພາຍຫຼັງການຈັດຕັ້ງ, ສັບຊ້ອນ ແລະແຈກຢາຍເຄື່ອງບໍລິໂພກລຽບລ້ອຍແລ້ວ, ນັກຮົບ ໄດ້ຮຽນການເມືອງ, ສຶກສາອົບຮົມມູນເຊື້ອ, ຊອກຮູ້ໜ້າທີ່ຂອງກົມກອງ ແລະພັນທະ, ຄວາມຮັບຜິດຊອບຂອງພົນທະຫານ. ຄຽງຂ້າງນັ້ນ, ພະນັກງານທຸກຂັ້ນ ຍັງແນະນໍາໂດຍກົງໃຫ້ນັກຮົບໃໝ່ການຈັດລະບຽບພາຍໃນ, ອະນາໄມຄ້າຍທະຫານ, ເຂົ້າຮ່ວມການເພີ່ມພູນຜະລິດຜົນ ແລະທໍາຄວາມລຶ້ງເຄີຍກັບບັນດາລະບອບໃນວັນ, ໃນອາທິດຕາມຂໍ້ກໍານົດຂອງກອງທັບ.  ຜ່ານການເຄື່ອນໄຫວໃນເບື້ອງຕົ້ນນີ້, ນັກຮົບໃໝ່ຂອງສູນຝຶກແອບ 334 ໄດ້ຄ່ອງໆພັດທະນາບຸກຄະລິກໃຫ້ມີລະບຽບແບບແຜນ, ມີລະບຽບວິໄນ ແລະຈິດໃຈສາມັກຄີ, ພ້ອມແລ້ວທີ່ຈະກ້າວເຂົ້າສູ່ໄລຍະອົບຮົມຫັດແອບ ດ້ວຍການຕັດສິນໃຈປະຕິບັດສໍາເລັດໜ້າທີ່ໄດ້ຮັບການມອບໝາຍ.

ໜັງສືພິມກອງທັບປະຊາຊົນ ຂໍແນະນໍາບາງການເຄື່ອນໄຫວຂອງນັກຮົບໃໝ່ ຂຶ້ນກັບສູນຝຶກແອບ 334.

leftcenterrightdel
ນັກຮົບໃໝ່ ກັບການດໍາເນີນຊີວິດການເມືອງທໍາອິດໃນຊີວິດທະຫານ. ພາບ: qdnd.vn

leftcenterrightdel
ພະນັກງານ ແນະນໍາການຈັດລະບຽບພາຍໃນໂດຍກົງ. ພາບ: qdnd.vn

leftcenterrightdel
ນັກຮົບ ລຽນແຖວ ເພື່ອກຽມໄປກິນເຂົ້າ. ພາບ: qdnd.vn

leftcenterrightdel
ນັກຮົບຂອງສູນຝຶກແອບ 334 ເຂົ້າຮ່ວມການເພີ່ມພູນຜະລິດຜົນ ນັບແຕ່ຊຸມວັນທໍາອິດມາກົມກອງ. ພາບ: qdnd.vn

ໂດຍ: ໄຊຊະນະ