ກອງພົນ 375 ກວດກາວຽກງານກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະສະມາຊິກສະພາປະຊາຊົນ ທຸກຂັ້ນ
ກປ.ອອນໄລ - ຕອນເຊົ້າວັນທີ 7 ມີນາ, ກອງພົນ 375 (ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ) ໄດ້ຈັດກອງປະຊຸມກວດກາວຽກງານການກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031. ທ່ານພັນເອກພິເສດ ຮວ່າງຟີເຈື່ອງ ຮອງຫົວໜ້າການເມືອງກອງພົນ ເປັນປະທານກອງປະຊຸມ.
    |
 |
|
ກອງພົນ 375 ກວດກາວຽກງານກະກຽມການເລືອກຕັ້ງສະມາຊິກສະພາ ແຫ່ງຊາດ ຊຸດທີ XVI ແລະສະມາຊິກສະພາປະຊາຊົນ ທຸກຂັ້ນ. ພາບ: qdnd.vn |
ຕາມການລານງານທີ່ກອງປະຊຸມ, ໃນໄລຍະຜ່ານມາ, ບັນດາອົງການ, ກົມກອງໃນທົ່ວກອງພົນ ໄດ້ເຊື່ອມຊຶມ, ຜັນຂະຫຍາຍປະຕິບັດບັນດາເອກະສານ, ຄໍາແນະນໍາຂອງຂັ້ນເທິງກ່ຽວກັບວຽກງານການເລືອກຕັ້ງຢ່າງເຂັ້ມງວດ; ສ້າງແຜນການ ແລະຍູ້ແຮງການໂຄສະນາເຜີຍແຜ່, ສຶກສາອົບຮົມຍົກສູງຄວາມຮັບຮູ້ໃຫ້ແກ່ພະນັກງານ, ນັກຮົບກ່ຽວກັບຄວາມໝາຍ, ຄວາມສໍາຄັນຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031.
ບັນດາກົມກອງ ໄດ້ເປັນເຈົ້າການກະກຽມພື້ນຖານວັດຖຸ, ສະຖານທີ່, ກໍາລັງຮັບໃຊ້ການເລືອກຕັ້ງທີ່ເຂດປ່ອນບັດເລືອກຕັ້ງທີ 30, ຕາແສງອານເຄ, ນະຄອນດ່ານັ້ງ ຢ່າງຄົບຖ້ວນ, ຮັບປະກັນຖືກຕາມຂໍ້ກໍານົດ ແລະກຽມຄວາມພ້ອມໃຫ້ແກ່ວັນເລືອກຕັ້ງ.
ສະຫຼຸບກອງປະຊຸມ, ທ່ານພັນເອກພິເສດ ຮວ່າງຟີເຈື່ອງ ຮຽກຮ້ອງໃຫ້ບັນດາອົງການ, ກົມກອງ ສືບຕໍ່ກວດກາຄືນ, ເຮັດສໍາເລັດວຽກງານທຸກດ້ານ; ຮັບປະກັນໃຫ້ພະນັກງານ, ນັກຮົບ 100% ເຂົ້າຮ່ວມການເລືອກຕັ້ງຖືກຕາມຂໍ້ກໍານົດ, ເສີມຂະຫຍາຍຢ່າງຄົບຖ້ວນສິດ ແລະພັນທະຂອງພົນລະເມືອງ, ເລືອກເອົາບັນດາຜູ້ແທນທີ່ໂດດເດັ່ນ, ມີຈັນຍາບັນ, ມີຄວາມຮູ້ຄວາມສາມາດຢ່າງພຽງພໍ ເພື່ອເຂົ້າຮ່ວມສະພາແຫ່ງຊາດ ແລະສະພາປະຊາຊົນທຸກຂັ້ນ. ພ້ອມກັນນັ້ນ, ຮັກສາເຂັ້ມງວດລະບອບປະຈໍາການກຽມພ້ອມສູ້ຮົບ, ຮັບປະກັນຄວາມສະຫງົບ, ຄວາມປອດໄພຢ່າງເດັດຂາດກ່ອນ, ໃນ ແລະຫຼັງການເລືອກຕັ້ງ.
ໂດຍ: ໄຊຊະນະ