ທ່ານພົນໂທ ໂດ໊ຊວນຕຸ້ງ ກວດກາການຝຶກແອບຫັນປ່ຽນສະຖານະການກຽມພ້ອມສູ້ຮົບຂອງທະຫານເຮືອເຂດ 2
ກປ.ອອນໄລ - ວັນທີ 6 ມີນາ, ຢູ່ນະຄອນໂຮ່ຈີມິນ, ຄະນະກວດກາເລກ 3 ກະຊວງປ້ອງກັນປະເທດ ນໍາໂດຍທ່ານພົນໂທ ໂດ໊ຊວນຕຸ້ງ, ກໍາມະການສູນກາງພັກ, ຮອງຫົວໜ້າກົມໃຫຍ່ການເມືອງ ໄດ້ລົງກວດກາການຝຶກແອບຫັນປ່ຽນສະຖານະການກຽມພ້ອມສູ້ຮົບ ຂອງທະຫານເຮືອເຂດ 2.
    |
 |
|
ທ່ານພົນໂທ ໂດ໊ຊວນຕຸ້ງ ກວດກາການຝຶກແອບຫັນປ່ຽນສະຖານະການກຽມພ້ອມສູ້ຮົບ ຂອງທະຫານເຮືອເຂດ 2. ພາບ: qdnd.vn |
ທີ່ການກວດກາ, ທ່ານພົນໂທ ໂດ໊ຊວນຕຸ້ງ ໄດ້ຕິດຕາມຢ່າງໃກ້ຊິດກ່ຽວກັບຄວາມສາມາດການບັນຊາ, ບໍລິຫານການສູ້ຮົບຂອງພະນັກງາ, ຜູ້ບັນຊາໃນກົມກອງ; ພ້ອມທັງກວດກາເຮືອນຄົວຂອງທະຫານ ແລະຢ້ຽມຢາມຖາມຂ່າວ, ລະດົມກໍາລັງໃຈພະນັກງານ, ນັກຮົບທີ່ເຂົ້າຮ່ວມການຝຶກແອບ. ໃນວິວັດການຝຶກແອບຫັນປ່ຽນສະຖານະການກຽມພ້ອມສູ້ຮົບ, ທ່ານພົນໂທ ໂດ໊ຊວນຕຸ້ງ ແລະຄະນະກວດກາ ໄດ້ຍົກອອກບັນດາກໍລະນີລະອຽດ, ທາງກົມກອງໄດ້ແກ້ໄຂຢ່າງທັນການ ແລະມີປະສິດທິຜົນ, ໄດ້ສະແດງໃຫ້ເຫັນຄຸນທາດ ແລະແບບແຜນການປະຕິບັດງານເປັນກໍາລັງຫຼວງ.
    |
 |
|
ທ່ານພົນໂທ ໂດ໊ຊວນຕຸ້ງ ຢ້ຽມຢາມຖາມຂ່າວ, ລະດົມກໍາລັງໃຈນັກຮົບເຂົ້າຮ່ວມການຝຶກແອບ. ພາບ: qdnd.vn |
ກ່າວຄໍາເຫັນສະຫຼຸບການກວດກາ, ທ່ານພົນໂທ ໂດ໊ຊວນຕຸ້ງ ໄດ້ຮັບຮູ້ ແລະຍ້ອງຍໍຊົມເຊີຍຄວາມມານະພະຍາຍາມໃນການຝຶກແອບຫັນປ່ຽນສະຖານະການກຽມພ້ອມສູ້ຮົບຂອງພະນັກງານ, ນັກຮົບກອງບັນຊາການທະຫານເຮືອເຂດ 2; ພ້ອມທັງຮຽກຮ້ອງວ່າ, ພາຍຫຼັງການຝຶກຊ້ອມສິ້ນສຸດລົງ, ເຫຼົ່າທັບເຮືອ ຊີ້ນຳທະຫານເຮືອເຂດ 2 ຈັດການຖອດຖອນບົດຮຽນ, ຊີ້ແຈງບັນດາຈຸດໃໝ່ໃນການຝຶກແອບຫັນປ່ຽນສະຖານະການກຽມພ້ອມສູ້ຮົບ, ຄົ້ນຄວ້າຄຳເຫັນຂອງຄະນະກວດກາຢ່າງລະອຽດ, ແກ້ໄຂຂໍ້ຈໍາກັດຢ່າງທັນການ, ເປັນເຈົ້າການພົບເຫັນບັນດາກໍລະນີໃນການຝຶກແອບຫັນປ່ຽນສະຖານະການກຽມພ້ອມສູ້ຮົບ ເພື່ອໃຫ້ພະນັກງານ, ຜູ້ບັນຊາການຝືກຝົນຫຼໍ່ຫຼອມຄວາມສາມາດແກ້ໄຂ.
    |
 |
|
ທ່ານພົນໂທ ໂດ໊ຊວນຕຸ້ງ ກ່າວຄໍາເຫັນສະຫຼຸບການກວດກາ. ພາບ: qdnd.vn |
ທ່ານພົນໂທ ໂດ໊ຊວນຕຸ້ງ ຮຽກຮ້ອງໃຫ້ກົມກອງປະຕິບັດວຽກງານສຶກສາດ້ານການເມືອງແນວຄິດ, ຊາບຊຶມບັນດາເອກະສານ, ມະຕິຂອງຂັ້ນເທິງໃຫ້ເປັນຢ່າງດີ ເພື່ອໃຫ້ພະນັກງານ, ນັກຮົບທົ່ວເຂດມີຄວາມອຸ່ນອ່ຽນໃຈປະຕິບັດງານ, ກຳນົດຄວາມຮັບຜິດຊອບສູງ, ຍົກສູງສະຕິລະວັງຕົວໃນການກຽມພ້ອມສູ້ຮົບ; ຮັກສາກຳລັງ, ພາຫະນະກຽມພ້ອມສູ້ຮົບຢ່າງເຂັ້ມງວດ, ແທດຈິງ; ກໍາແໜ້ນສະພາບການ, ເປັນເສນາທິການສະເໜີ, ແກ້ໄຂສະພາບການຢູ່ທະເລຢ່າງທັນການ; ຄຸ້ມຄອງ ແລະປົກປັກຮັກສາອະທິປະໄຕທະເລໝູ່ເກາະຂອງຫວຽດນາມ ໄວ້ໃຫ້ໝັ້ນຄົງ.
ໂດຍ: ທູຈາງ