ໃນໄລຍະຜ່ານມາ, ສະພາບການຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໃນເຂດຊາຍແດນໂດຍຄ້າຍທະຫານຊາຍແດນ ລອງໂຄດ ຮັບຜິດຊອບຍາມໃດກໍ່ຮັກສາໄວ້ຢ່າງໝັ້ນຄົງ; ຊີວິດທາງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນມີຄວາມໝັ້ນຄົງ, ໄດ້ຮັບການຍົກສູງເທື່ອລະກ້າວ; ຍາດຕິພີ່ນ້ອງຍາມໃດກໍ່ມີສະຕິປະຕິບັດຕາມກົດໝາຍ, ເຂົ້າຮ່ວມຂະບວນການຄຸ້ມຄອງເສັ້ນຊາຍແດນ, ຫຼັກໝາຍຊາຍແດນດ້ວຍຕົນເອງຢ່າງຕັ້ງໜ້າ, ມີສະຕິຕື່ນຕົວ.

leftcenterrightdel
ທ່ານພົນເອກ ຫງວຽນຈ້ອງເຫງັຍ ລະດົມກຳລັງໃຈພະນັກງານ, ນັກຮົບຄ້າຍທະຫານຊາຍແດນ ລອງໂຄດ. ພາບ: qdnd.vn

ໃນການໂອ້ລົມຢ່າງອົບອຸ່ນກັບພະນັກງານ, ນັກຮົບຄ້າຍທະຫານຊາຍແດນ ລອງໂຄດ, ທ່ານພົນເອກ ຫງວຽນຈ້ອງເຫງັຍ ໄດ້ສະແດງຄວາມປິຕິຊົມຊື່ນ, ຮັບຮູ້ຜົນງານທີ່ກົມກອງບັນລຸໄດ້ໃນໄລຍະຜ່ານມາ; ພ້ອມທັງຂອບໃຈຄວາມເອົາໃຈໃສ່ຂອງອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນແຂວງໄຕນິງ ທີ່ໄດ້ສະຫງວນໃຫ້ກົມກອງ, ເຊິ່ງໄດ້ປະກອບສ່ວນສໍາຄັນເພື່ອໃຫ້ກົມກອງເສີມຂະຫຍາຍບົດບາດທີ່ຫຼັກແຫຼ່ງໃນການຄຸ້ມຄອງ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມໝັ້ນຄົງຊາຍແດນແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມໃນບໍລິເວນ.

leftcenterrightdel
ທ່ານພົນເອກ ຫງວຽນຈ້ອງເຫງັຍ ມອບຂອງຂວັນໃຫ້ແກ່ພະນັກງານ, ນັກຮົບຄ້າຍທະຫານຊາຍແດນ ລອງໂຄດ. ພາບ: qdnd.vn

ທ່ານພົນເອກ ຫງວຽນຈ້ອງເຫງັຍ ໄດ້ຮຽກຮ້ອງໃຫ້ກົມກອງສືບຕໍ່ເສີມຂະຫຍາຍຄຸນສົມບັດອັນດີງາມຂອງທະຫານລຸງໂຮ່, ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ສໍາເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍ; ປະຕິບັດລະບຽບວິໄນ, ລະບອບກຽມພ້ອມສູ້ຮົບຢ່າງເຂັ້ມງວດ; ຈັດຕັ້ງການລາດຕະເວນ, ຄວບຄຸມຊາຍແດນຢ່າງເຂັ້ມງວດ, ເພີ່ມທະວີວຽກງານຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳ, ບັນດາການເຄື່ອນໄຫວການເຂົ້າ-ອອກເມືອງທີ່ຜິດກົດໝາຍ... ທີ່ການຢ້ຽມຢາມ, ທ່ານພົນເອກ ຫງວຽນຈ້ອງເຫງັຍ ໄດ້ມອບຂອງຂວັນໃຫ້ແກ່ພະນັກງານ, ນັກຮົບຄ້າຍທະຫານຊາຍແດນ ລອງໂຄດ.

ໂດຍ: ຈາງຫງວຽນ