ຄ້າຍທະຫານໃຫຍ່ໂຕສວຍງາມ, ວັດຖຸອຸປະກອນຄົບຖ້ວນ

ໃນຊຸມວັນຕົ້ນລະດູບານໃໝ່ ປີມະເມຍ 2026, ຢູ່ບັນດາກົມກອງຈັດຕັ້ງການຝຶກແອບ - ຫັດແອບພົນທະຫານໃໝ່ຂອງກອງພົນ 316 (ທະຫານເຂດ 2), ບັນຍາກາດກະກຽມ ຕ້ອນຮັບພົນທະຫານໃໝ່ໄດ້ດຳເນີນໄປຢ່າງຮີບດ່ວນ, ຮອບຄອບຖີ່ຖ້ວນເພື່ອແນໃສ່ສ້າງເງື່ອນໄຂດີທີ່ສຸດໃຫ້ພົນທະຫານໃໝ່ອຸ່ນອ່ຽນໃຈຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ.

ໜຶ່ງໃນບັນດາໜ້າທີ່ສຳຄັນເມື່ອຕ້ອນຮັບພົນທະຫານໃໝ່ແມ່ນຮັບປະກັນອຸປະກອນການທະຫານຖືກຕາມມາດຕະຖານ, ຖືກຕາມປະເພດ, ຂະໜາດທີ່ຖືກຕ້ອງ. ພົນທະຫານແຕ່ລະຄົນໄດ້ເບີກຈ່າຍອຸປະກອນການທະຫານຈຳນວນ 28 ປະເພດນັບແຕ່ຊຸມວັນເລີ່ມດຳເນີນການຝຶກແອບ-ຫັດແອບ. ກອງພົນ 316 ຮຽກຮ້ອງໃຫ້ບັນດາກົມກອງດຳເນີນການກວດກາຈຳນວນ, ຄຸນນະພາບ, ຂະໜາດອຸປະກອນການທະຫານເມື່ອຮັບຈາກທ້ອງຖິ່ນ, ກຽມພ້ອມສາດ, ຜ້າຫົ່ມ, ມຸ້ງ, ໝອນຢູ່ຕຽງນອນເພື່ອໃຫ້ພົນທະຫານໃໝ່ໄດ້ນຳໃຊ້ເລີຍເມື່ອມາຮອດກົມກອງ; ພາຍຫຼັງຕ້ອນຮັບເປັນເວລາ 3 ວັນ, ບັນດາກົມກອງຂອງກອງພົນ 316 ໄດ້ສຳເລັດການແຍກ, ສັບຊ້ອນເຄື່ອງອຸປະກອນຕາມແຕ່ລະໝວດ, ຮັບປະກັນການເບີກຈ່າຍໂດຍໄວ, ຊັດເຈນ.

leftcenterrightdel
ການນຳກອງພົນ 5 (ທະຫານເຂດ 7) ກວດກາຫ້ອງນອນຂອງກົມກອງຝຶກແອບ-ຫັດແອບພົນທະຫານໃໝ່. ພາບ: ຮວ່າງແຢງ

ທ່ານຮ້ອຍເອກ ດ່າວແອັງກວຽດ, ຮອງຫົວໜ້າການເມືອງກອງພັນ 9, ກອງພັນໃຫຍ່ 98 ແບ່ງປັນວ່າ: “ພວກຂ້າພະເຈົ້າ ຖືວຽກກະກຽມຄ້າຍທະຫານແມ່ນການກະກຽມ “ຊາຍຄາລວມ” ໃຫ້ແກ່ພົນທະຫານ. ເມື່ອເຂົ້າເປັນທະຫານ, ເຫັນຄ້າຍທະຫານໃຫຍ່ໂຕສວຍງາມ, ສະອາດແມ່ນມີຄວາມປະທັບໃຈກ່ອນຈາກນັ້ນພົນທະຫານໃໝ່ຈຶ່ງມີຄວາມອຸ່ນອ່ຽນໃຈ, ຜູກພັນຕໍ່ກົມກອງ”.

ໂດຍຮູ້ມາວ່າ, ກອງພົນ 316 ໄດ້ເອົາໃຈໃສ່ເປັນພິເສດກ່ຽວກັບການຍົກສູງຄຸນນະພາບຄາບເຂົ້າໃຫ້ພົນທະຫານໃໝ່ຜ່ານການຍູ້ແຮງການເພີ່ມພູນຜະລິດຜົນ. ຄືກອງພັນໃຫຍ່ 98 ໄດ້ ຈັດສັນເຂດເພີ່ມພູນຜະລິດຜົນຄືນໃໝ່, ຂະຫຍາຍເນື້ອທີ່ປູກຜັກ, ພືດປະເພດເປັນຫົວ, ໝາກໄມ້ຕາມລະດູການ; ກໍ່ສ້າງຄອກລ້ຽງສັດໃຫຍ່, ສັດປີກ, ຮັບປະກັນສຸຂະອະນາໄມສິ່ງແວດລ້ອມ. ປະຈຸບັນ, ເຂດເພີ່ມພູນຜະລິດຜົນຂອງກອງພັນໃຫຍ່ ສາມາດສະໜອງຄວາມຕ້ອງການຜັກຂຽວໃຫ້ເຮືອນຄົວໄດ້ 100%; ບັນດາຜະລິດຕະພັນເປັນຊີ້ນ, ປາ ທາງກົມກອງກໍ່ໄດ້ເປັນເຈົ້າການຮັບປະກັນ, ປະກອບສ່ວນຍົກສູງຄຸນນະພາບຊີວິດການເປັນຢູ່ຂອງທະຫານ.

ທ່ານພັນເອກພິເສດ ເລີມຢຸງຕ໊ຽນ, ຫົວໜ້າການເມືອງກອງພົນ 316 ແບ່ງປັນວ່າ: “ພະນັກງານແຕ່ລະຄົນເປັນອ້າຍ, ເປັນເອື້ອຍ, ເປັນເພື່ອນມິດຂອງທະຫານ. ເມື່ອພົນທະຫານໃໝ່ ໄດ້ຮັບການເບິ່ງແຍງດູແລເປັນຢ່າງດີນັບແຕ່ອາຫານການກິນ, ການນອນຈົນຈອດຮອດສຸຂະພາບ ແລະຊີວິດການເປັນຢູ່ທາງດ້ານຈິດໃຈ ຈະມີຄວາມອຸ່ນອ່ຽນໃຈຝຶກຝົນຫຼໍ່ຫຼອມ, ສູ້ຊົນສຳເລັດໜ້າທີ່ເປັນຢ່າງດີ”.

ຊີ້ນຳ, ນຳພາ, ແນະນຳຢ່າງເຄັ່ງຄັດ, ກະກຽມແຕ່ຫົວທີ

ກໍ່ຄືທຸກປີ, ນອກຈາກບັນດາຄະນະກວດກາຂອງກະຊວງປ້ອງກັນປະເທດແລ້ວ, ກົມໃຫຍ່ພະລາທິການ-ເຕັກນິກ ໄດ້ຊີ້ນຳບັນດາກົມທີ່ກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດການກວດກາວຽກງານພະລາທິການຮັບໃຊ້ໃຫ້ແກ່ການຮັບ, ຝຶກແອບ-ຫັດແອບພົນທະຫານໃໝ່. ຜ່ານການກວດກາ ໄດ້ສະແດງໃຫ້ເຫັນວ່າ ບັນດາກົມກອງໄດ້ນຳພາ, ຊີ້ນຳ,  ແນະນຳ, ຊາບຊຶມ, ຈັດຕັ້ງປະຕິບັດຢ່າງເຂັ້ມງວດດ້ວຍຄວາມຕັດສິນໃຈຮັບປະກັນດ້ານພະລາທິການໃຫ້ພົນທະຫານໃໝ່ດີທີ່ສຸດ.

ທ່ານພັນເອກພິເສດ ຫງວຽນຈ້ອງທ໊າຍ, ຮອງຫົວໜ້າກອງພົນ 5 ໃຫ້ຮູ້ວ່າ ເພື່ອຮັບປະກັນວຽກງານກະກຽມໃຫ້ແກ່ການຮັບ, ຝຶກແອບ-ຫັດແອບພົນທະຫານໃໝ່ ປີ 2026 ເປັນຢ່າງດີ, ກອງພົນໄດ້ປະກາດໃຊ້ແຜນການ, ແນະນຳຢ່າງລະອຽດໃຫ້ແຕ່ລະອົງການ, ກົມກອງ. ໃນນັ້ນ, ຮຽກຮ້ອງບັນດາກົມກອງເອົາໃຈໃສ່ວຽກງານສຸຂະອະນາໄມ, ປ້ອງກັນ ແລະຕ້ານໂລກລະບາດ ແລະເມົາແດດ; ມອບໝາຍໜ້າທີ່ໃຫ້ພະນັກງານໄປຮັບພົນທະຫານຕ້ອງເຊີດຊູຈິດໃຈຮັບຜິດຊອບ; ຕິດຕາມກວດກາຂັ້ນຕອນການຈັດຕັ້ງການກວດສຸຂະພາບ...

ສຳລັບວຽກງານຮັບປະກັນສຳພາລະທະຫານ, ອີງຕາມຈຳນວນພົນທະຫານ, ຄວາມຕ້ອງການຕາມຂໍ້ກຳນົດ, ກົມສຳພາລະທະຫານໄດ້ຈັດຕັ້ງປະຕິບັດການຂຸດຄົ້ນ ແລະບຳລຸງສ້າງຊັບພະຍາກອນມະນຸດ, ຊີ້ນໍາການປະສານສົມທົບການຂົນສົ່ງ, ເບີກຈ່າຍສຳພາລະທະຫານໃຫ້ແກ່ພົນທະຫານໃໝ່ໃຫ້ບັນດາກົມກອງ. ບັນດາປະເພດສຳພາລະທະຫານ ທີ່ໄດ້ເບີກຈ່າຍຢູ່ທ້ອງຖິ່ນ ເພື່ອມອບໃຫ້ພົນທະຫານ (ພາກເໜືອ 12 ປະເພດ, ພາກໃຕ້ 10 ປະເພດ), ກົມສຳພາລະທະຫານໄດ້ເບີກຈ່າຍສຳເລັດ 100% ແຕ່ທ້າຍເດືອນມັງກອນ 2026; ຮັບປະກັນໃຫ້ບັນດາທະຫານເຂດ ແລະກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ ຜັນຂະຫຍາຍການເບີກຈ່າຍໃຫ້ແກ່ບັນດາກອງບັນຊາການເຂດປ້ອງກັນຕົວ ແລະຕາແສງຕາມການແນະນຳ. ບັນດາປະເພດສິນຄ້າທີ່ໄດ້ເບີກຈ່າຍຢູ່ກົມກອງຝຶກແອບ-ຫັດແອບ, ກົມສຳພາລະທະຫານໄດ້ຈັດຕັ້ງປະຕິບັດການເບີກຈ່າຍໃຫ້ບັນດາກົມກອງສຳເລັດກ່ອນທ້າຍເດືອນກຸມພາ 2026.

leftcenterrightdel
ກອງພັນ 4, ກອງພັນໃຫຍ່ 5, ກອງພົນ 5 (ທະຫານເຂດ 7) ຍູ້ແຮງການເພີ່ມພູນຜະລິດຜົນເພື່ອຮັບໃຊ້ພົນທະຫານໃໝ່. ພາບ: ຮວ່າງແຢງ.

ຜ່ານການສຳຫຼວດຢູ່ບັນດາກົມກອງ, ວຽກງານການແພດທະຫານ ໄດ້ຈັດຕັ້ງປະຕິບັດຢ່າງຄົບຊຸດ, ຮັກສາສຸຂະພາບຮອບດ້ານໃຫ້ພົນທະຫານໃໝ່. ບັນດາກົມກອງລ້ວນແຕ່ ກໍ່ສ້າງແຜນການຈັດຕັ້ງການກວດສຸຂະພາບໃຫ້ແກ່ພົນທະຫານໃໝ່ 100%. ເລື່ອງກວດສຸຂະພາບໄດ້ຈັດຕັ້ງຮັບປະກັນດ້ານວິທະຍາສາດ, ຊັດເຈນ, ສຳເລັດໃນ 10 ວັນ ນັບແຕ່ວັນທີ່ຮັບພົນທະຫານ. ພິເສດ, ບັນດາກົມກອງໄດ້ເອົາໃຈໃສ່ປ້ອງກັນ, ຕ້ານໂລກລະບາດຕາມແຕ່ລະເຂດພາກ, ເພີ່ມທະວີການກວດກາດ້ານການແພດພາຍຫຼັງພົນທະຫານໃໝ່ມາຮອດກົມກອງ, ແຍກກໍລະນີທີ່ສົງໄສເປັນພະຍາດຕິດແປດ...

ເຮັດວຽກງານຮັບປະກັນດ້ານພະລາທິການຕ້ອນຮັບພົນທະຫານໃໝ່ເປັນຢ່າງດີ, ກະກຽມຄ້າຍທະຫານທີ່ໃຫຍ່ໂຕສວຍງາມ, ອາຫານແຊບ, ສຳພາລະທະຫານຄົບຖ້ວນ, ສິ່ງແວດລ້ອມຂຽວ-ສະອາດ-ສວຍງາມສະແດງອອກໃຫ້ເຫັນຄວາມເອົາໃຈໃສ່, ອາລົມຈິດ, ຄວາມຮັບຜິດຊອບຂອງຖັນແຖວພະນັກງານທຸກຂັ້ນ. ນັ້ນແມ່ນສິ່ງສຳຄັນທີ່ສຸດຊ່ວຍໃຫ້ພົນທະຫານໃໝ່ເຊື່ອມຕົວໂດຍໄວ, ອຸ່ນອ່ຽນໃຈຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມເຕີບໃຫຍ່ຂະຫຍາຍຕົວ.

ໂດຍ: ແສງເດືອນ