ເຂົ້າຮ່ວມງານແຂ່ງຂັນມີ 22 ຄະນະທີ່ມາຈາກທະການເຂດ, ເຫຼົ່າທັບ, ກອງພົນໃຫຍ່, ທະຫານຊາຍແດນ, ກອງບັນຊາການນະຄອນຫຼວງຮ່າໂນ້ຍ, ເຫຼົ່າຮົບລົດຕັງຍານເກາະແຫ່ງຕ່າງໆ ແລະກົມກອງຂຶ້ນກັບເຫຼົ່າຮົບຊ່າງແສງອີກດ້ວຍ.

leftcenterrightdel
ບັນດາຜູ້ແທນປະຕິບັດພິທີເຄົາລົບທຸງຊາດທີ່ພິທີເປີດ. ພາບ: qdnd.vn

ງານແຂ່ງຂັນປີນີ້ມີຂະໜາດໃຫຍ່, ເນື້ອໃນທີ່ຮອບດ້ານ, ລວມມີ 10 ປະເພດ ດ້ວຍ 24 ເນື້ອໃນ, ໃນນັ້ນມີ 9 ປະເພດກ່ຽວກັບຂະແໜງຊ່າງແສງ ໄດ້ດໍາເນີນໃນກອງສິລະປະຍຸດດ້ວຍຄວາມຮຽກຮ້ອງດ້ານເຕັກນິກສູງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການດ້ານຍຸດທະວິທີ, ການປະສານສົມທົບຢ່າງແໜ້ນແຟ້ນ ແລະການປະຕິບັດເນື້ອໃນຢ່າງຕໍ່ເນື່ອງໃນການແຂ່ງຂັນ, ຕິດແທດກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ສູ້ຮົບທີ່ທັນສະໄໝ, ສົງຄາມດ້ວຍເຕັກໂນໂລຢີສູງ, ກໍຄືບັນດາໜ້າທີ່ເປັນປະຈໍາ ແລະທີ່ເກີດຂຶ້ນໂດຍກະທັນຫັນຂອງກໍາລັງຊ່າງແສງໃນຍຸກສັດຕິພາບ.

leftcenterrightdel
 
leftcenterrightdel
ບັນດາກໍາລັງເຂົ້າຮ່ວມງານແຂ່ງຂັນ. ພາບ: qdnd.vn

ກ່າວຄໍາເຫັນຊີ້ນໍາທີ່ງານແຂ່ງຂັນ, ທ່ານພົນຕີ ເລວັນເຮື໋ອງ ເນັ້ນໜັກວ່າ: ຕໍ່ໜ້າຄວາມຮຽກຮ້ອງຕ້ອງການປົກປັກຮັກສາປະເທດຊາດໃນສະພາບການໃໝ່, ກໍາລັງຊ່າງແສງ ຕ້ອງສືບຕໍ່ຍົກສູງຄຸນນະພາບການຝຶກອົບຮົມ, ຄວາມສາມາດກຽມພ້ອມສູ້ຮົບ, ເປັນເຈົ້າການເຂົ້າເຖິງ ແລະເປັນເຈົ້າຂອງວິທະຍາສາດ-ເຕັກໂນໂລຢີການທະຫານທີ່ທັນສະໄໝ...

leftcenterrightdel
 
leftcenterrightdel
ປະຕິບັດເນື້ອໃນແຂ່ງຂັນຮັບປະກັນໃຫ້ທະຫານຊ່າງແສງຂ້າມແມ່ນໍ້າຂອງ. ພາບ: qdnd.vn

ງານແຂ່ງຂັນຄັ້ງນີ້ສຸມໃສ່ເຮັດແຈ້ງລະດັບຄວາມສາມາດຕອບສະໜອງຄວາມຮຽກຮ້ອງຂອງການຝຶກແອບຂະແໜງຊ່າງແສງຂອງແຕ່ລະກົມກອງ; ຄວາມສາມາດໃນການຈັດຕັ້ງການບັນຊາ, ການປະສານສົມທົບ, ຮັບປະກັນຄວາມປອດໄພໃນການຝຶກຫັດ; ຄວາມສາມາດເປັນເຈົ້າຂອງອາວຸດຍຸດໂທປະກອນເຕັກນິກທີ່ມີຢູ່ແລ້ວ ແລະຫາກໍ່ໄດ້ປະກອບ; ຄຸນນະພາບຂອງຖັນແຖວພະນັກງານ, ໂດຍສະເພາະແມ່ນພະນັກງານເປັນຜູ້ບັນຊາ, ຄຸ້ມຄອງທະຫານໂດຍກົງ. ຮຽກຮ້ອງໃຫ້ຄະນະຈັດຕັ້ງ, ຄະນະກຳມະການ ແລະບັນດາອົງການ, ກົມກອງກ່ຽວຂ້ອງຈັດຕັ້ງ, ບໍລິຫານງານແຂ່ງຂັນຢ່າງແໜ້ນແຟ້ນ, ມີວິທະຍາສາດ, ພາວະວິໄສ ຖືກກັບແຜນການ ແລະລະບຽບການ; ບັນດາຄະນະທີ່ເຂົ້າຮ່ວມງານແຂ່ງຂັນຍົກສູງຄວາມຮັບຜິດຊອບ, ປະຕິບັດລະບຽບການຢ່າງເຂັ້ມງວດ, ແຂ່ງຂັນສາມັກຄີ, ຊື່ສັດບໍລິສຸດ, ມີນ້ຳໃຈແຂ່ງຂັນອັນສູງສົ່ງ, ເສີມຂະຫຍາຍມູນເຊື້ອອັນດີງາມຂອງກໍາລັງຊ່າງແສງ; ຮັບປະກັນຄວາມປອດໄພທາງດ້ານຊີວິດອິນຊີ ແລະອຸປະກອນເຕັກນິກຢ່າງເດັດຂາດ...

ໂດຍ: ທູຈາງ