leftcenterrightdel
ທ່ານພົນເອກ ຄຳລຽງ ອຸທະໄກສອນ ຕ້ອນຮັບທ່ານພົນເອກ ຟານວັນຢາງ. ພາບ: qdnd.vn

ລັດຖະມົນຕີສອງທ່ານສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ໃນໄລຍະຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ-ລາວ ສືບຕໍ່ໄດ້ຮັບການສົມທົບກັນຜັນຂະຫຍາຍຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ, ແທດຈິງ. ກອງທັບຂອງສອງປະເທດສືບຕໍ່ເປັນກຳລັງນໍາໜ້າໃນການຜັນຂະຫຍາຍບັນດາການກໍານົດທິດທີ່ການນຳຂັ້ນສູງຂອງສອງປະເທດໄດ້ເຫັນດີເປັນເອກະພາບ, ປະກອບສ່ວນສຳຄັນເຂົ້າໃນການຮັກສາ ແລະປັບປຸງສະພາບແວດລ້ອມສັນຕິພາບ, ສະຖຽນລະພາບຂອງແຕ່ລະປະເທດເພື່ອພັດທະນາ, ເປັນກຳລັງທີ່ຈົງຮັກພັກດີຢ່າງເດັດຂາດຂອງພັກ, ປະເທດຊາດ ແລະປະຊາຊົນ.

leftcenterrightdel
ລັດຖະມົນຕີສອງທ່ານ ແລກປ່ຽນທີ່ການພົບປະ. ພາບ: qdnd.vn

ທ່ານພົນເອກ ຟານວັນຢາງ ຫວັງວ່າ ທ່ານພົນເອກ ຄຳລຽງ ອຸທະໄກສອນ ຈະສືບຕໍ່ເອົາໃຈໃສ່ຊີ້ນໍາບັນດາກົມກອງຂອງຝ່າຍລາວ ສົມທົບກັນຜັນຂະຫຍາຍແຜນການຮ່ວມມືປີ 2026 ລະຫວ່າງກະຊວງປ້ອງກັນປະເທດຂອງສອງປະເທດຢ່າງແທດຈິງ, ມີປະສິດທິຜົນ, ໃນນັ້ນສຸມໃສ່ການເພີ່ມທະວີການແລກປ່ຽນກ່ຽວກັບບັນດາບັນຫາຍຸດທະສາດ, ການກະກຽມຈັດຕັ້ງການເຈລະຈານະໂຍບາຍດ້ານປ້ອງກັນຊາດ ຂັ້ນຮອງລັດຖະມົນຕີຢູ່ຫວຽດນາມ; ເພີ່ມທະວີການຮ່ວມມືໃນການຄຸ້ມຄອງ, ປົກປັກຮັກສາເສັ້ນທາງຊາຍແດນ, ຫຼັກໝາຍຊາຍແດນ; ເພີ່ມທະວີການຮ່ວມມືໃນການຝຶກອົບຮົມ...

ສອງຝ່າຍເຫັນດີເປັນເອກະພາບວ່າ ໃນສະພາບການໂລກພວມຜັນແປຢ່າງສັບສົນ, ຕ້ອງນໍາການພົວພັນຄວາມສາມັກຄີ, ຄວາມສະໜິດຕິດພັນລະຫວ່າງສອງປະເທດ, ສອງກອງທັບ ຫວຽດນາມ - ລາວ ເລິກເຊິ່ງກວ່າອີກ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະທ່ານພົນເອກ ຄຳລຽງ ອຸທະໄກສອນ ຖ່າຍຮູບເປັນທີ່ລະນຶກກັບຜູ້ແທນຂອງສອງຄະນະ. ພາບ: qdnd.vn

ເນື່ອງໃນໂອກາດນີ້, ທ່ານພົນເອກ ຟານວັນຢາງ ໄດ້ເຊື້ອເຊີນທ່ານພົນເອກ ຄຳລຽງ ອຸທະໄກສອນ ໄປຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ເຂົ້າຮ່ວມກອງປະຊຸມປະຈຳປີລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດ ສາມປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ, ການຝຶກຊ້ອມຮ່ວມລະຫວ່າງກອງທັບສາມປະເທດກ່ຽວກັບການຮັບມືກັບບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານ, ເຊິ່ງຄາດຄະເນຈະຈັດຂຶ້ນໃນປີ 2026.

ໂດຍ: ຈາງຫງວຽນ