ທ່ານພົນເອກ ຫງວຽນຈ້ອງເຫງັຍ ແລະຄະນະ ໄດ້ໄປຢ້ຽມຢາມ ແລະອວຍພອນບຸນເຕັດ ທ່ານ ເຈືອງເຕິນຊາງ ອະດີດປະທານປະເທດ; ທ່ານ ຫງວຽນມິງຈຽດ ອະດີດປະທານປະເທດ; ທ່ານ ຫງວຽນເຕິນຢຸງ ອະດີດນາຍົກລັດຖະມົນຕີ; ທ່ານພົນເອກ ເລຮົ່ງແອງ, ອະດີດກໍາມະການກົມການເມືອງ, ອະດີດຜູ້ປະຈຳການຄະນະເລຂາທິການ.

ຕາງໜ້າຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ແລະພະນັກງານ, ນັກຮົບໃນທົ່ວກອງທັບ, ທ່ານພົນເອກ ຫງວຽນຈ້ອງເຫງັຍ ໄດ້ຢ້ຽມຢາມຖາມຂ່າວສຸຂະພາບ, ການດໍາລົງຊີວິດຂອງບັນດາສະຫາຍອະດີດການນຳພັກ, ລັດ; ພ້ອມທັງຢືນຢັນວ່າ ປະເທດ ໄດ້ມີສັນຕິພາບ ແລະພັດທະນາ ຄືໃນປະຈຸບັນ ແມ່ນຍ້ອນມີການປະກອບສ່ວນ, ອຸທິດສ່ວນອັນໃຫຍ່ຫຼວງຂອງບັນດາສະຫາຍອະດີດການນຳພັກ, ລັດ.

leftcenterrightdel
ທ່ານພົນເອກ ຫງວຽນຈ້ອງເຫງັຍ ຢ້ຽມຢາມຖາມຂ່າວ, ອວຍພອນບຸນເຕັດ ທ່ານ ເຈືອງເຕິນຊາງ ອະດີດປະທານປະເທດ. ພາບ: qdnd.vn

ທ່ານພົນເອກ ຫງວຽນຈ້ອງເຫງັຍ ໄດ້ແຈ້ງໃຫ້ບັນດາສະຫາຍອະດີດການນຳພັກ, ລັດ ຮັບຊາບກ່ຽວກັບຜົນງານທີ່ພົ້ນເດັ່ນຈໍານວນໜຶ່ງຂອງກອງທັບໃນໄລຍະຜ່ານມາ. ພາຍໃຕ້ການນຳພາເດັດຂາດ, ໂດຍກົງໃນທຸກດ້ານຂອງພັກ, ການຄຸ້ມຄອງ, ບໍລິຫານຂອງລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໄດ້ສຸມໃສ່ການນຳພາ, ຊີ້ນຳທົ່ວກອງທັບຊາບຊຶມ, ຜັນຂະຫຍາຍບັນດາມະຕິ, ຄໍາສັ່ງຂອງພັກຢ່າງມີຫົວຄິດປະດິດສ້າງ, ມີປະສິດທິຜົນ; ຢືນຢັນບົດບາດຫຼັກແຫຼ່ງຂອງກອງທັບໃນພາລະກິດປັບປຸງການປ້ອງກັນຊາດ, ການສ້າງສາ ແລະປົກປັກຮັກສາປະເທດ ຫວຽດນາມ ສັງຄົມນິຍົມ.

ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ຄວາມເອົາໃຈໃສ່ຂອງພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ບັນດາສະຫາຍອະດີດການນຳພັກ, ລັດ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ໝາກຜົນທີ່ປະເທດຊາດ ແລະກອງທັບ ບັນລຸໄດ້ໃນໄລຍະຜ່ານມາ; ເຊື່ອໝັ້ນວ່າ, ພາຍໃຕ້ການນຳພາຂອງພັກ, ເປັນປະຈໍາໂດຍກົງແມ່ນຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ພະນັກງານ, ນັກຮົບໃນທົ່ວກອງທັບ ຈະສືບຕໍ່ຮັກສາຄຸນທາດການເມືອງ, ຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະປະຊາຊົນ; ຝຶກຝົນຫຼໍ່ຫຼອມຢ່າງບໍ່ຢຸດຢັ້ງ, ຍົກສູງລະດັບຄວາມຮູ້,  ພ້ອມແລ້ວທີ່ຈະຮັບເອົາ ແລະປະຕິບັດສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ, ສ້າງສາ ແລະປົກປັກຮັກສາປະເທດຫວຽດນາມ ສັງຄົມນິຍົມຢ່າງໝັ້ນແກ່ນ, ສົມກັບຄວາມໄວ້ເນື່ອເຊື່ອໃຈ ແລະຄວາມເຊື່ອໝັ້ນຮັກແພງຂອງພັກ, ລັດ ແລະປະຊາຊົນ.

ໂດຍ: ຈາງຫງວຽນ