ທີ່ສູນຈຳລອງ Tangkas DCFF, ຄະນະປະຕິບັດງານ ໄດ້ບັນດານາຍທະຫານທະຫານເຮືອລາດຊະວົງມາເລເຊຍ ແນະນໍາກ່ຽວກັບລະບົບພື້ນຖານວັດຖຸ, ອຸປະກອນ, ຍຸດໂທປະກອນທັນສະໄໝ ເພື່ອຮັບໃຊ້ການຝຶກແອບການຕ້ານ ແລະສະກັດກັ້ນໄຟໄໝ້, ຕ້ານການຈົມເຮືອ. ພະນັກງານ, ພາລະກອນຂອງສູນໄດ້ສະແດງການຕ້ານ ແລະສະກັດກັ້ນການຈົມເຮືອດ້ວຍຫຼາຍລະດັບສັບສົນ... ຜ່ານການຢ້ຽມຊົມ, ແລກປ່ຽນ, ຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ໄດ້ຕີລາຄາສູງລັກສະນະວິຊາຊີບ, ວິທະຍາສາດໃນການຈັດຕັ້ງຝຶກແອບ, ກໍ່ຄືໃນການໜູນໃຊ້ເຕັກໂນໂລຢີຂອງທະຫານເຮືອລາດຊະວົງມາເລເຊຍ ຢ່າງມີປະສິດທິຜົນ; ພ້ອມທັງຖືນີ້ແມ່ນບົດຮຽນອັນລໍ້າຄ່າທີ່ສາມາດຄົ້ນຄວ້າ, ທາບທາມໃນວິວັດການຍົກສູງຄຸນນະພາບການຝຶກແອບ, ກຽມພ້ອມສູ້ຮົບຂອງທະຫານເຮືອປະຊາຊົນຫວຽດນາມ.

leftcenterrightdel
ພະນັກງານ, ນັກຮົບກໍາປັ່ນ 17, ທະຫານເຮືອປະຊາຊົນຫວຽດນາມ ແລະພະນັກງານ, ລູກເຮືອກໍາປັ່ນ 25 ຂຶ້ນກັບກອງເຮືອຕາເວັນຕົກ, ທະຫານເຮືອລາດຊະວົງມາເລເຊຍ. ພາບ: ຕິງຈ້ຽວ

ຕອນບ່າຍວັນດຽວກັນ, ພະນັກງານ, ນັກຮົບກໍາປັ່ນ 17, ທະຫານເຮືອປະຊາຊົນຫວຽດນາມ ແລະພະນັກງານ, ລູກເຮືອກໍາປ່ັນ 25 ຂຶ້ນກັບກອງເຮືອຕາເວັນຕົກ, ທະຫານເຮືອລາດຊະວົງມາເລເຊຍ ໄດ້ໄປຢ້ຽມຢາມກັນ. ສອງຝ່າຍໄດ້ແນະນໍາກ່ຽວກັບເຕັກນິກ, ຍຸດທະວິທີຂອງກໍາປ່ັນ; ວຽກງານຮັກສາໄວ້, ບຳລຸງຮັກສາອາວຸດ, ອຸປະກອນເຕັກນິກ; ພ້ອມທັງແລກປ່ຽນບົດຮຽນໃນການນຳໃຊ້ອຸປະກອນໃໝ່, ທັນສະໄໝ ແລະຈັດຕັ້ງປະຕິບັດໜ້າທີ່ຕ່າງໆໃນການເດີນເຮືອຫຼາຍມື້. ການຢ້ຽມຢາມ, ພົບປະແລກປ່ຽນລະຫວ່າງບັນດາກົມກອງໄດ້ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈ, ຮັດແໜ້ນນໍ້າໃຈສາມັກຄີ, ມິດຕະພາບລະຫວ່າງທະຫານເຮືອສອງປະເທດ, ຜ່ານນັ້ນຊຸກຍູ້ການຮ່ວມມື, ສົມທົບກັນເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາໃນພາກພື້ນ.

ໂດຍ: ໄຊນີດາ