ທ່ານພົນຈັດຕະວາ ເລວັນຈູງ ແຈ້ງໃຫ້ທ່ານເອກອັກຄະລັດຖະທູດ, ຫ້ອງວ່າການທີ່ປຶກສາທູດປ້ອງກັນຊາດຫວຽດນາມ ປະຈໍາລາວ ຮັບຊາບໝາກຜົນອັນພົ້ນເດັ່ນໃນການປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດ, ການທູດປ້ອງກັນຊາດຂອງກໍາລັງປະກອບອາວຸດທະຫານເຂດ 4 ໃນໄລຍະມໍ່ໆມານີ້.

ທ່ານພົນຈັດຕະວາ ເລວັນຈູງ ສະແດງຄວາມຂອບອົກຂອບໃຈຕໍ່ການເອົາໃຈໃສ່, ສົມທົບກັນ, ສ້າງເງື່ອນໄຂ, ຊ່ວຍເຫຼືອຂອງສະຖານທູດຫວຽດນາມ ແລະຫ້ອງວ່າການທີ່ປຶກສາທູດປ້ອງກັນຊາດ ຫວຽດນາມ ປະຈໍາ ລາວ  ຕໍ່ກັບບັນດາກົມກອງຂອງທະຫານເຂດ 4 ໃນວິວັດການປະຕິບັດໜ້າທີ່.

leftcenterrightdel
ທ່ານພົນຈັດຕະວາ ເລວັນຈູງ, ຮອງຫົວໜ້າການເມືອງທະຫານເຂດ 4 (ທີ 4 ຈາກເບື້ອງຊ້າຍໄປ) ພ້ອມດ້ວຍຄະນະປະຕິບັດງານທະຫານເຂດ 4 ມອບຂອງຂວັນ ແລະອວຍພອນປີໃໝ່ສະຖານທູດຫວຽດນາມ ປະຈໍາລາວ. ພາບ: qdnd.vn

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈໍາລາວ ໄດ້ຮັບຮູ້ ແລະຕີລາຄາສູງການປະກອບສ່ວນທີ່ຕັ້ງໜ້າ ແລະ ແທດຈິງຂອງທະຫານເຂດ 4 ໃນການຜັນຂະຫຍາຍການເຄື່ອນໄຫວຮ່ວມມື ກໍຄືບັນດາໂຄງການເສດຖະກິດ-ປ້ອງກັນຊາດ ຢູ່ປະເທດເພື່ອນລາວ; ພ້ອມທັງຢືນຢັນວ່າ ບັນດາການເຄື່ອນໄຫວດັ່ງກ່າວປະກອບສ່ວນສຳຄັນເຂົ້າໃນການປັບປຸງ ແລະເພີ່ມທະວີສາຍພົວພັນ ຫວຽດນາມ - ລາວ.

ໃນໂອກາດນີ້, ຄະນະປະຕິບັດງານ ໄດ້ໄປຢ້ຽມຢາມ ແລະຕີລາຄາສະພາບການຜະລິດ, ດຳເນີນທຸລະກິດ, ປະຕິບັດໜ້າທື່ການເມືອງ, ຊ່ວຍເຫຼືອປະຊາຊົນລາວ ພັດທະນາເສດຖະກິດ ແລະສະພາບຊີວິດການເປັນຢູ່ທີ່ບັນດາກົມກອງ; ມອບຂອງຂວັນ ແລະອວຍພອນປີໃໝ່ພະນັກງານ, ພາລະກອນທີ່ພວມປະຕິບັດໜ້າທີ່ຫ່າງໄກປະເທດຊາດ.

ໂດຍ: ທູຈາງ