ຕາມນັ້ນແລ້ວ, ຈາກຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ ແລະລັກສະນະພິເສດຂອງກົມກອງ, ກອງພົນ ໄດ້ຊາບຊຶມ ແລະຫັນບັນດາຂໍ້ກຳນົດຂອງຂັ້ນເທິງກ່ຽວກັບວຽກງານຄຸ້ມຄອງດ້ານແນວຄິດຂອງພົນທະຫານເປັນລະອຽດ, ສ້າງລະບຽບແບບແຜນ, ຄຸ້ມຄອງລະບຽບວິໄນ; ພ້ອມທັງຈັດຕັ້ງການຝຶກອົບຮົມພະນັກງານນັບແຕ່ຊຸມວັນຕົ້ນປີ, ສຸມໃສ່ການຍົກລະດັບຄວາມຮູ້, ທັກສະໃນການແກ້ໄຂກໍລະນີດ້ານແນວຄິດ, ການລະເມີດລະບຽບວິໄນທີ່ມັກເກີດຂຶ້ນ. ວຽກງານໂຄສະນາ, ສຶກສາອົບຮົມກົດໝາຍໄດ້ຈັດຕັ້ງປະຕິບັດຢ່າງໃກ້ຊິດກັບເງື່ອນໄຂຕົວຈິງຂອງແຕ່ລະອົງການ, ກົມກອງ; ເນື້ອໃນ, ຮູບການໂຄສະນາໄດ້ຮັບການປ່ຽນແປງໃໝ່ຢ່າງເປັນປະຈໍາ, ຫຼາກຫຼາຍ, ມີໄຫວພິບ ແລະເໝາະສົມກັບທະຫານ.
ທ່ານພັນເອກພິເສດ ຫງວຽນຈ້ອງຕ໊ຽນ, ເລຂາຄະນະພັກ, ຫົວໜ້າການເມືອງກອງພົນ 363 ຢືນຢັນວ່າ ບັນດາອົງການ, ກົມກອງໄດ້ຮັກສາເຂັ້ມງວດລະບຽບແບບແຜນ, ລະບອບກໍາແໜ້ນແນວຄິດທະຫານຕາມໜ້າທີ່. ຜ່ານບັນດາໜ່ວຍວິຊາການ, ການດຳເນີນຊີວິດໃນວັນການເມືອງ ແລະວັນວັດທະນະທຳທາງດ້ານຈິດໃຈ, ວັດກົດໝາຍ, ການດຳເນີນຊີວິດຂອງບັນດາອົງການຈັດຕັ້ງມະຫາຊົນ ແລະຜ່ານໝາກຜົນການສຳເລັດໜ້າທີ່ເພື່ອກຳແໜ້ນ, ຄຸ້ມຄອງ, ການສຶກສາ, ແກ້ໄຂແນວຄິດ, ລະບຽບວິໄນ. ກອງພົນ ໄດ້ດຳເນີນການໂອ້ລົມສົນທະນາຢູ່ບັນດາໜ່ວຍ, ອຳນວຍຄວາມສະດວກເພື່ອໃຫ້ພະນັກງານ, ນັກຮົບສະແດງອອກໃຫ້ເຫັນດ້ານແນວຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາ, ແກ້ໄຂຂໍ້ຕິດຂັດທັນເວລາ.
    |
 |
|
ພະນັກງານ, ນັກຮົບກອງພົນ 363 ແລກປ່ຽນບົດຮຽນ, ປະສົບການກ່ຽວກັບການຮ່ຳຮຽນ ແລະປະຕິບັດຕາມ ລຸງໂຮ່, ເດືອນພຶດສະພາ 2025. ພາບ: ຫຶວຫງິ້ |
ຄຽງຂ້າງກັນນັ້ນ, ຖັນແຖວພະນັກງານທຸກຂັ້ນ, ໂດຍສະເພາະແມ່ນຫົວໜ້າການເມືອງບັນດາໜ່ວຍ ໄດ້ເປັນເຈົ້າການດຳເນີນການສຳຫຼວດ, ຕີລາຄາສະພາບການດ້ານແນວຄິດ, ການປະຕິບັດກົດໝາຍ, ລະບຽບວິໄນ, ແນວຄິດຈິດໃຈຂອງທະຫານ, ພິເສດແມ່ນສຳລັບໜ່ວຍທີ່ຕັ້ງຢູ່ໂດດດ່ຽວ, ປະສົບກັບຄວາມຫຍຸ້ງຍາກ. ບັນດາໜ່ວຍປະຕິບັດງານ ແລະພະນັກງານຄຸ້ມຄອງທຸກຂັ້ນໄດ້ພົບເຫັນສັນຍານຜິດປົກກະຕິກ່ຽວກັບດ້ານແນວຄິດຈິດໃຈ, ບັນດາຂໍ້ຂັດແຍ່ງທີ່ຢູ່ພາຍໃນ, ບັນດາປັດໄຈທີ່ສາມາດສົ່ງຜົນກະທົບທາງລົບເຖິງແນວຄິດຂອງທະຫານຢ່າງທັນການ ເພື່ອເປັນເສນາທິການແກ້ໄຂໂດຍໄວ, ບໍ່ປະໃຫ້ເກີດກໍລະນີສັບສົນ.
ວຽກງານປະເມີນຕີລາຄາ, ແບ່ງປະເພດແນວຄິດທະຫານ ໄດ້ຈັດຕັ້ງປະຕິບັດເປັນປະຈຳເດືອນ, ເປັນໄຕມາດຖືກຕາມຂັ້ນ, ຮັບປະກັນຄວາມເຄັ່ງຂັດ, ພາວະວິໄສ, ເປີດເຜີຍ, ຕິດພັນກັບລະດັບຄວາມສຳເລັດຂອງການປະຕິບັດໜ້າທີ່. ນີ້ແມ່ນພື້ນຖານ ເພື່ອສຶກສາອົບຮົມດ້ານແນວຄິດ, ຄຸ້ມຄອງລະບຽບວິໄນ, ຈັດປະເພດການແຂ່ງຂັນ, ປະເມີນພະນັກງານ, ສະມາຊິກພັກ, ສ້າງກຳລັງແຮງສູ້ຊົນ ແລະສ້າງການຫັນປ່ຽນຢ່າງຕັ້ງໜ້າໃນສະຕິຄວາມຕື່ນຕົວຂອງການປະຕິບັດລະບຽບວິໄນຂອງພົນທະຫານແຕ່ລະຄົນ.
ທ່ານພັນເອກພິເສດ ຫງວຽນດຶກເອີດ, ຫົວໜ້າຫ້ອງການເມືອງ ກອງພົນ 363 ໃຫ້ຮູ້ວ່າ: ບັນດາອົງການ, ກົມກອງໄດ້ຜັນຂະຫຍາຍຫຼາຍຮູບແບບຢ່າງມີປະດິດສ້າງ, ມີປະສິດທິຜົນ, ຄື: “3 ພ້ອມ, 4 ຮູ້”, “ເຜີຍແຜ່, ສຶກສາອົບຮົມກົດໝາຍຜ່ານໂທລະໂຄ່ງພາຍໃນ”... ພ້ອມທັງເປັນເຈົ້າການປະຕິບັດມາດຕະການຄຸ້ມຄອງພົນທະຫານເມື່ອເຂົ້າຮ່ວມການສັນຈອນດ້ວຍລົດໂອໂຕ, ລົດຈັກ.
ກອງພົນ ໄດ້ຕັ້ງໜ້າຕໍ່ສູ້, ປ້ອງກັນ, ຕ້ານປະກົດການ “ຜັນແປດ້ວຍຕົນເອງ”, “ປ່ຽນແປງດ້ວຍຕົນເອງ”, ຕຳໜິຕິຕຽນບັນດາທັດສະນະຜິດພາດ, ປໍລະປັກໃນອິນເຕີແນດ; ເຮັດວຽກງານປ້ອງກັນດ້ານການເມືອງພາຍໃນ, ໝູນໃຊ້ໃນພຶດຕິກຳຕົວຈິງຂອງການເຄື່ອນໄຫວຢ່າງມີໄຫວພິບ. ເມື່ອພົບເຫັນບັນຫາດ້ານແນວຄິດທີ່ຫາກໍ່ເກີດຂຶ້ນ, ຜູ້ບັນຊາການທຸກຂັ້ນຕ້ອງຊີ້ນຳແກ້ໄຂໃຫ້ຖືກຕາມຂັ້ນຕອນ, ຕາມການແບ່ງຂັ້ນ, ຮັບປະກັນພາວະວິໄສ, ສົມເຫດສົມຜົນ, ຮັກສາຄວາມສາມັກຄີພາຍໃນ ແລະສະຖຽນລະພາບທາງດ້ານແນວຄິດ.
ຍ້ອນມີບັນດາມາດຕະການຢ່າງຄົບຊຸດ, ໜັກແໜ້ນ ແລະສອດຄ່ອງກັບພຶດຕິກຳຕົວຈິງ, ກອງພົນ 363 ສືບຕໍ່ຮັກສາລະບຽບແບບແຜນ, ຮັກສາລະບຽບວິໄນຢ່າງເຂັ້ມງວດ, ພະນັກງານ, ນັກຮົບເສີມຂະຫຍາຍຈິດໃຈສາມັກຄີ, ເປັນເຈົ້າການ, ມີຫົວຄິດປະດິດຄິດສ້າງ, ພ້ອມແລ້ວທີ່ຈະຮັບ ແລະເຮັດສຳເລັດທຸກໜ້າທີ່ທີ່ໄດ້ມອບໝາຍໃຫ້ເປັນຢ່າງດີ.
ໂດຍ: ແສງເດືອນ