ກອງພັນໃຫຍ່ທະຫານເຮືອ 129 ສໍາເລັດການຢ້ຽມຢາມ, ອວຍພອນບຸນເຕັດທະຫານ ແລະປະຊາຊົນຢູ່ເຂດພິເສດເຈື່ອງຊາ
ກປ.ອອນໄລ - ວັນທີ 1 ກຸມພາ, ຄະນະປະຕິບັດງານກອງພັນໃຫຍ່ທະຫານເຮືອ 129 (ເຫຼົ່າທັບເຮືອ) ນໍາໂດຍທ່ານພັນເອກ ເລຊວນເຕີມ ຮອງຫົວໜ້າການເມືອງກອງພັນໃຫຍ່ທະຫານເຮືອ 129 ໄດ້ສໍາເລັດການຢ້ຽມຢາມ, ໃຫ້ກໍາລັງໃຈ, ອວຍພອນບຸນເຕັດ ແລະມອບຂອງຂວັນໃຫ້ທະຫານ ແລະປະຊາຊົນເກາະຊິງໂຕ່ນ, ເຈື່ອງຊາ, ນຸ່ຍແລ, ຕົກຕານ ຂຶ້ນກັບເຂດພິເສດເຈື່ອງຊາ, ແຂວງແຄ໊ງຮວ່າ.
ເລີ່ມເດີນທາງແຕ່ວັນທີ 16 ມັງກອນ, ດ້ວຍໄລຍະທາງເກືອບ 1.000 ໄມທະເລ, ກໍາປັ່ນ 683 ຂຶ້ນກັບກອງພັນໃຫຍ່ທະຫານເຮືອ 129 ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ນໍາສົ່ງຄະນະປະຕິບັດງານ ໄປຍັງບັນດາເກາະ ແລະກັບມາຢ່າງປອດໄພ.
ທີ່ບ່ອນມາແຫ່ງຕ່າງໆ, ຄະນະ ໄດ້ຢື້ຢາມຖາມຂ່າວ, ລະດົມກໍາລັງໃຈ, ອວຍພອນບຸນເຕັດ, ມອບຂອງຂວັນໃຫ້ທະຫານ ແລະປະຊາຊົນຢູ່ເທິງເກາະ; ໃຫ້ອັງເປົ່າພວກນ້ອງນັກຮຽນ.
    |
 |
|
ການນໍາກອງພັນໃຫຍ່ທະຫານເຮືອ 129 ມອບຂອງຂວັນໃຫ້ປະຊາຊົນຢູ່ເກາະເຈື່ອງຊາ. ພາບ: qdnd.vn |
    |
 |
|
ການນໍາກອງພັນໃຫຍ່ທະຫານເຮືອ 129 ມອບຂອງຂວັນໃຫ້ພວກຫຼານຢູ່ເກາະຊິງໂຕ່ນ. ພາບ: qdnd.vn |
ໃນປີ 2025, ທະຫານ ແລະປະຊາຊົນຢູ່ເທິງເກາະ ຍາມໃດກໍ່ສາມັກຄີ ແລະປະຕິບັດໜ້າທີ່ເປັນຢ່າງດີ. ປະຈຸບັນ, ບັນດາກົມກອງພວມຊາບຊຶມໜ້າທີ່ປີ 2026, ເພີ່ມທະວີວຽກງານກຽມພ້ອມສູ້ຮົບ, ຍູ້ແຮງຂະບວນການແຂ່ງຂັນສ້າງຜົນງານສູງສຸດ ເພື່ອຂໍ່ານັບຮັບຕ້ອນຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ, 96 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ ແລະກະກຽມຕ້ອນຮັບລະດູບານໃໝ່ປີມະເມຍ 2026 ຢ່າງເບີກບານມ່ວນຊື່ນ, ປອດໃສ, ກຽມພ້ອມສູ້ຮົບສູງ.
ພ້ອມກັບໜ້າທີ່ສົ່ງຄະນະໄປຍັງເກາະຕ່າງໆເພື່ອອວຍພອນບຸນເຕັດແລ້ວ, ກໍາປັ່ນ 638 ກໍ່ຂົນສົ່ງອຸປະກອນ, ເຄື່ອງໃຊ້ທີ່ຈໍາເປັນໃຫ້ສູນບໍລິການພະລາທິການ-ເຕັກນິກ ເກາະເຈື່ອງຊາ, ເກາະຊິງໂຕ່ນ ແລະໝວດບ້ານປະມົງ ເກາະນຸ່ຍແລ, ເກາະຕົກຕານ (ໂດຍກອງພັນໃຫຍ່ທະຫານເຮືອ 129 ຄຸ້ມຄອງ) ພ້ອມຕົ້ນໄມ້ 500 ຕົ້ນ ແລະດິນ ໃຫ້ເກາະນຸ່ຍແລ, ເກາະຕົກຕານ ເພື່ອແນໃສ່ປະຕິບັດໂຄງການ “ຫັນເຈື່ອງຊາ ເປັນສີຂຽວ”.
    |
 |
|
ມອບ-ຮັບຕົ້ນໄມ້ຂຽວໃຫ້ເກາະນຸ່ຍແລ. ພາບ: qdnd.vn |
ເນື່ອງໃນໂອກາດນີ້, ຄະນະປະຕິບັດງານກອງພັນໃຫຍ່ທະຫານເຮືອ 129 ກໍ່ພົບປະໂອ້ລົມ, ມອບຂອງຂວັນ, ທຸງຊາດ, ແຈກຢາຍເອກະສານໂຄສະນາມະຕິເລກທີ 45 ຂອງນາຍົກລັດຖະມົນຕີ ໃຫ້ບັນດາເຮືອຫາປາຂອງແຂວງຢາລາຍ ທ່ີພວມຫາປາຢູ່ເຂດທະເລຂຶ້ນກັບເຂດພິເສດເຈື່ອງຊາ.
ໂດຍ: ໄຊນີດາ