ຝຶກແອບຕີພິເສດໃຫ້ແກ່ກອງບັນຊາການພິທັກຮັກສາ, ກອງທັບແຫ່ງລາຊະອານາຈັກ ກຳປູເຈຍ
ກປ.ອອນໄລ - ວັນທີ 30 ມັງກອນ, ຢູ່ແຂວງອານຢາງ, ທະຫານເຂດ 9 ໄດ້ຈັດພິທີປິດຊຸດຝຶກອົບຮົມຕີພິເສດ ຊຸດທີ 22 ໃຫ້ແກ່ນາຍທະຫານກອງບັນຊາການພິທັກຮັກສາ, ກອງທັບ ແຫ່ງລາຊະອານາຈັກ ກຳປູເຈຍ ປີ 2025.
ທ່ານພົນຈັດຕະວາ ຈຽມຖົ໊ງເຍິດ, ກໍາມະການສູນກາງພັກ, ຮອງຜູ້ບັນຊາການ, ຫົວໜ້າຫ້ອງເສນາທິການທະຫານເຂດ 9 ໄດ້ເປັນປະທານພິທີປິດ. ເຂົ້າຮ່ວມພິທີຍັງມີທ່ານພົນເອກ Suos Sina ຮອງຜູ້ບັນຊາການ ກອງບັນຊາການພິທັກຮັກສາ, ກອງທັບແຫ່ງລາຊະອານາຈັກ ກຳປູເຈຍ.
ພາຍຫຼັງ 3 ເດືອນ, ນັກຮຽນການທະຫານ 50 ຄົນໄດ້ປະກອບຄວາມຮູ້ກ່ຽວກັບວິຊາງົດງາມ, ກໍາລັງກາຍ, ວິທີການຕີມວຍ, ຄວາມຊໍານິຊໍານານດ້ານພູມີປະເທດ, ເຕັກນິກການຍິງ, ຍຸດທະວິທີຕີພິເສດ.
    |
 |
|
ບັນຍາກາດທີ່ພິທີປິດ. ພາບ: qdnd.vn |
ຜົນວ່າ, ນັກຮຽນການທະຫານ 100% ບັນລຸລະດັບດີ ແລະເກັ່ງ, ໄດ້ຮັບໃບຢັ້ງຢືນປະຕິບັດສໍາເລັດຊຸດຝຶກອົບຮົມ.
ກ່າວຄຳເຫັນທີ່ພິທີປິດ, ທ່ານພົນຈັດຕະວາ ຈຽມຖົ໊ງເຍິດ ຢືນຢັນວ່າ ການຮ່ວມມືດ້ານການບໍາລຸງສ້າງ, ຝຶກແອບການທະຫານປະກອບສ່ວນປັບປຸງສາຍພົວພັນສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງກອງທັບປະຊາຊົນຫວຽດນາມ ກັບກອງທັບ ແຫ່ງລາຊະອານາຈັກ ກຳປູເຈຍ ບົນພື້ນຖານສະເໝີພາບ, ເຄົາລົບ, ເຂົ້າໃຈ, ພ້ອມກັນພັດທະນາໃນທຸກຂົງເຂດ.
    |
 |
|
ທ່ານພົນຈັດຕະວາ ຈຽມຖົ໊ງເຍິດ ມອບໃບຍ້ອງຍໍໃຫ້ແກ່ບັນດາບຸກຄົນທີ່ມີຜົນງານດີເດັ່ນໃນຊຸດຝຶກອົບຮົມໄລຍະສັ້ນ ກ່ຽວກັບການຕີພິເສດໃຫ້ແກ່ນາຍທະຫານກອງບັນຊາການພິທັກຮັກສາ, ກອງທັບ ແຫ່ງລາຊະອານາຈັກ ກຳປູເຈຍ ຊຸດທີ 22. ພາບ: qdnd.vn |
ເນື່ອງໃນໂອກາດນີ້, ທະຫານເຂດ 9 ໄດ້ຍ້ອງຍໍຊົມເຊີຍ 12 ບຸກຄົນ ທີ່ມີຜົນງານດີເດັ່ນ, 10 ບຸກຄົນທີ່ມີຜົນງານດີໃນຊຸດຝຶກອົບຮົມໄລຍະສັ້ນ ກ່ຽວກັບການຕີພິເສດໃຫ້ແກ່ນາຍທະຫານ ກອງບັນຊາການພິທັກຮັກສາ, ກອງທັບແຫ່ງລາຊະອານາຈັກ ກຳປູເຈຍ ຊຸດທີ 22.
ໂດຍ: ທູຈາງ