ສະຫາຍພົນເອກ ຟານວັນຢາງ ພ້ອມດ້ວຍຄະນະປະຕິບັດງານ ໄດ້ໄປຢ້ຽມຢາມ, ອວຍພອນບຸນປີໃໝ່ສະຫາຍ ເຈືອງເຕິນຊາງ ອະດີດປະທານປະເທດ, ສະຫາຍ ຫງວຽນເຕິນຢຸງ ອະດີດນາຍົກລັດຖະມົນຕີ, ສະຫາຍ ເລຮົ່ງແອງ ອະດີດຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ສະຫາຍນາງ ດັ້ງທິງອກທິ້ງ ອະດີດຮອງປະທານປະເທດ, ສະຫາຍ ຫງວຽນທ້ຽນເຍີນ ອະດີດເລຂາພັກນະຄອນໂຮ່ຈີມິນ.

leftcenterrightdel
ສະຫາຍພົນເອກ ຟານວັນຢາງ ມອບຂອງຂວັນບຸນເຕັດໃຫ້ແກ່ສະຫາຍ ເຈືອງເຕິນຊາງ ອະດີດປະທານປະເທດ. ພາບ: ເລືອງແອງ

ໃນບັນຍາກາດອັນອົບອຸ່ນ, ສະຫາຍພົນເອກ ຟານວັນຢາງ ໄດ້ຢ້ຽມຢາມຖາມຂ່າວສຸຂະພາບ, ລົງຊີວິດການເປັນຢູ່, ການກະກຽມຕ້ອນຮັບບຸນປີໃໝ່ປະຈໍາຊາດຂອງບັນດາສະຫາຍອະດີດການນຳພັກ, ລັດ; ລາຍງານ ແລະແຈ້ງໃຫ້ຊາບກ່ຽວກັບໝາກຜົນທີ່ພົ້ນເດັ່ນຂອງທົ່ວກອງທັບໃນປີ 2025.

ບັນດາສະຫາຍອະດີດການນຳພັກ, ລັດ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ຜົນງານທີ່ພະນັກງານ, ນັກຮົບຂອງທົ່ວກອງທັບບັນລຸໄດ້ໃນປີທີ່ຜ່ານມາ; ແບ່ງປັນຄໍາຄິດເຫັນກ່ຽວກັບເປົ້າໝາຍກໍ່ສ້າງກອງທັບປະຊາຊົນຫວຽດນາມ ປະຕິວັດ, ມີແບບແຜນ, ແຫຼມຄົມ, ທັນສະໄໝ. ບັນດາສະຫາຍສະແດງຄວາມໄວ້ເນື້ອເຊື່ອໃຈ, ພາຍໃຕ້ການນຳພາຂອງພັກ, ກອງທັບຂອງເຮົາ ຈະນັບມື້ນັບກ້າວໜ້າ, ເຕີບໃຫຍ່ຂະຫຍາຍຕົວ ແລະປະຕິບັດສຳເລັດທຸກໜ້າທີ່ຢ່າງດີເລີດ. ສະຫາຍພົນເອກ ຟານວັນຢາງ ໄດ້ມອບຂອງຂວັນໃຫ້ແກ່ບັນດາສະຫາຍອະດີດການນຳພັກ, ລັດ; ສົ່ງຄຳອວຍພອນໃຫ້ບັນດາສະຫາຍ ແລະຄອບຄົວ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ, ປະສົບຜົນສຳເລັດ, ຕ້ອນຮັບລະດູບານໃໝ່ ປີມະເມຍ ມ່ວນຊື່ນ, ອົບອຸ່ນ.

ໂດຍ: ຈາງຫງວຽນ