ທະຫານເຂດ 2 ມອບ-ຮັບກິດຈະການກໍ່ສ້າງ ຢູ່ແຂວງຜົ້ງສາລີ
ກປ.ອອນໄລ - ວັນທີ 30 ມັງກອນ, ຢູ່ແຂວງຜົ້ງສາລີ, ຄະນະຄຸ້ມຄອງໂຄງການທະຫານເຂດ 2 ໄດ້ຈັດພິທີມອບ-ຮັບບັນດາກິດຈະການກໍ່ສ້າງໃນໂຄງການຮ່ວມມືກໍ່ສ້າງກຸ່ມບ້ານນ້ຳຮາງ, ເມືອງສໍາພັນ, ແຂວງຜົ້ງສາລີ.
ເຂົ້າຮ່ວມພິທີມີທ່ານພົນຈັດຕະວາ ຫງວຽນແອັງຫງອກ, ຮອງຜູ້ບັນຊາການທະຫານເຂດ 2; ພົນຕີ ສີພອນໄຊ ຄຳທອງເຫວີນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ...
ໂຄງການດັ່ງກ່າວໂດຍທະຫານເຂດ 2 ເປັນເຈົ້າຂອງລົງທຶນ, ເຊິ່ງໄດ້ຮັບການຜັນຂະຫຍາຍໃນໄລຍະ 2022-2025, ຕາມຮູບການກໍ່ສ້າງໃໝ່ ສົມທົບກັບການດັດແປງ, ຍົກລະດັບ.
    |
 |
|
ການນໍາທະຫານເຂດ 2 ແລະກະຊວງປ້ອງກັນປະເທດລາວ ລົງນາມມອບ-ຮັບບັນດາກິດຈະການ ໃນໂຄງການກໍ່ສ້າງກຸ່ມບ້ານນໍ້າຮາງ. ພາບ:qdnd.vn |
ພາຍຫຼັງເວລາເກືອບ 4 ປີແຫ່ງການຜັນຂະຫຍາຍ, ຜ່ານຜ່າຄວາມຫຍຸ້ງຍາກຫຼາຍຢ່າງກ່ຽວກັບສະພາບດິນຟ້າອາກາດ, ເງື່ອນໄຂການກໍ່ສ້າງ, ມາຮອດປະຈຸບັນບັນດາກິດຈະກໍາຍ່ອຍໄດ້ປະຕິບັດສຳເລັດ 100%, ຮັບປະກັນຄຸນນະພາບ, ຕອບສະໜອງຄວາມຮຽກຮ້ອງຕ້ອງການດ້ານເຕັກນິກ, ເງື່ອນໄຂຄົບຖ້ວນເພື່ອມອບ-ຮັບ ແລະນໍາເຂົ້າໃຊ້ງານ.
    |
 |
|
ການນໍາທະຫານເຂດ 2 ແລະກະຊວງປ້ອງກັນປະເທດລາວ ໄປກວດກາບັນດາກິດຈະກໍາຍ່ອຍໃນໂຄງການ. ພາບ:qdnd.vn |
ກ່າວຄຳເຫັນທີ່ພິທີ, ທ່ານພົນຈັດຕະວາ ຫງວຽນແອັງຫງອກ ຢືນຢັນວ່າ ການຜັນຂະຫຍາຍໂຄງການດັ່ງກ່າວແມ່ນພະຍານຫຼັກຖານສະແດງໃຫ້ເຫັນເຖິງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ - ລາວ. ທ່ານພົນຈັດຕະວາ ຫງວຽນແອັງຫງອກ ເນັ້ນໜັກວ່າ, ບັນດາກິດກະກໍາໄດ້ຮັບການລົງທຶນ ແລະກໍ່ສ້າງບໍ່ພຽງແຕ່ມີຄວາມໝາຍດ້ານເສດຖະກິດ, ສັງຄົມເທົ່ານັ້ນ ຫາກຍັງມີຄຸນຄ່າຍາວນານທາງດ້ານການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການທູດປ້ອງກັນຊາດອີກດ້ວຍ.
ໂດຍ: ທູຈາງ