ທ່ານພົນເອກ ຟານວັນຢາງ ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າຮ່ວມລາຍການ. ທ່ານພົນເອກ ຫງວຽນຈ້ອງເຫງັຍ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງ ເປັນປະທານການພົບປະສັງສັນ.
    |
 |
|
ທ່ານພົນເອກ ຟານວັນຢາງ ຢ້ຽມຢາມຖາມຂ່າວ, ລະດົມກໍາລັງໃຈພະນັກງານອົງການກົມໃຫຍ່ການເມືອງ. ພາບ: qdnd.vn |
ທີ່ການພົບປະ, ທ່ານພົນເອກ ຫງວຽນຈ້ອງເຫງັຍ ໄດ້ເນັ້ນໜັກວ່າ ລາຍການພົບປະສັງສັນບັນດາອົງການ, ກົມກອງຂຶ້ນກັບກົມໃຫຍ່ການເມືອງ ດຳເນີນໄປໃນບັນຍາກາດອັນເບີກບານມ່ວນຊື່ນ ເມື່ອກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ໄດ້ປະສົບຜົນສໍາເລັດຢ່າງຈົບງາມ, ເປີດສັງກາດໃໝ່, ສັງກາດພັດທະນາທີ່ຮັ່ງມີເຂັ້ມແຂງຂອງຊາດຫວຽດນາມ. ເພື່ອຂໍ່ານັບຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ໃນຊຸມວັນຜ່ານມາ, ກົມໃຫຍ່ການເມືອງ ໄດ້ປຸກລະດົມຂະບວນການແຂ່ງຂັນຢ່າງຟົດຟື້ນມ່ວນຊື່ນ, ສ້າງຈິດໃຈແຂ່ງຂັນໃໝ່ຕັ້ງແຕ່ຕົ້ນເດືອນ, ປີທຳອິດ ເພື່ອນໍາມະຕິຂອງພັກເຂົ້າຊີວິດຕົວຈິງໂດຍໄວ, ຕັດສິນໃຈປະຕິບັດສໍາເລັດທຸກໜ້າທີ່ຢ່າງດີເດັ່ນ.
    |
 |
|
ທ່ານພົນເອກ ຫງວຽນຈ້ອງເຫງັຍ ກ່າວຄໍາເຫັນທີ່ການພົບປະ. ພາບ: qdnd.vn |
ທ່ານພົນເອກ ຫງວຽນຈ້ອງເຫງັຍ ຢືນຢັນວ່າ ຈາກມູນເຊື້ອຂອງກົມໃຫຍ່ການເມືອງ, ບົດຮຽນປະສົບການໃນການປະຕິບັດໜ້າທີ່ໃນປີ 2025 ໄດ້ເປັນຢ່າງດີ, ປີ 2026 ກົມໃຫຍ່ການເມືອງ ຈະສຸມໃສ່ນຳພາປະຕິບັດວຽກງານກະກຽມເປັນຢ່າງດີ, ຍົກສູງຄຸນນະພາບວຽກງານເປັນເສນາທິການທາງດ້ານຍຸດທະສາດກ່ຽວກັບການກໍ່ສ້າງພັກໃນກອງທັບ; ສືບຕໍ່ປ່ຽນແປງໃໝ່ເນື້ອໃນ ແລະຮູບການເຄື່ອນໄຫວວຽກງານພັກ, ວຽກງານການເມືອງຕາມທິດແທດຈິງ, ມີປະສິດທິພາບ, ໃກ້ຊິດຕິດແທດກັບພຶດຕິກໍາຕົວຈິງ, ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ເພື່ອປະຕິບັດມະຕິຂອງພັກ, ການຊີ້ນໍາຂອງທ່ານເລຂາທິການໃຫຍ່ ໂຕເລິມ ແລະຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໄດ້ເປັນຢ່າງດີ, ກໍ່ສ້າງອົງການ, ກົມກອງໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານ, ກໍ່ສ້າງກອງທັບປະຕິວັດ, ມີລະບຽບແບບແຜນ, ແຫຼມຄົມ ແລະທັນສະໄໝ, ປົກປັກຮັກສາປະເທດຊາດຫວຽດນາມ ສັງຄົມນິຍົມໃນໄລຍະການປະຕິວັດໃໝ່ຢ່າງໝັ້ນແກ່ນ, ສົມກັບຄວາມເຊື່ອໝັ້ນຮັກແພງຂອງພັກ, ລັດ ແລະປະຊາຊົນ.
    |
 |
|
ທ່ານພົນເອກ ຫງວຽນຈ້ອງເຫງັຍ ມອບໃບຍ້ອງຍໍໃຫ້ບັນດາກົມກອງລວມໝູ່. ພາບ: qdnd.vn |
ໃນບັນຍາກາດອັນອົບອຸ່ນຂອງການກະກຽມຕ້ອນຮັບບຸນປີໃໝ່ປະຈໍາຊາດ ປີມະເມຍ, ທ່ານພົນເອກ ຫງວຽນຈ້ອງເຫງັຍ ໄດ້ສະແດງຄວາມປາດຖະໜາວ່າ ພະນັກງານ, ນັກຮົບບັນດາອົງການ, ກົມກອງຂອງກົມໃຫຍ່ການເມືອງ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອສາມັກຄີ, ເປັນເຈົ້າການ, ມີຫົວຄິດປະດິດສ້າງ; ຮັກສາລະບຽບວິໄນ ແລະຄວາມເປັນລະບຽບຮຽບຮ້ອຍ; ສ້າງສະພາບແວດລ້ອມວັດທະນະທຳທີ່ປອດໃສ; ກໍ່ສ້າງການຈັດຕັ້ງພັກທີ່ປອດໃສ, ໝັ້ນຄົງເຂັ້ມແຂງ; ກໍ່ສ້າງອົງການ, ກົມກອງໝັ້ນຄົງເຂັ້ມແຂງ ຮອບດ້ານ “ເປັນແບບຢ່າງ, ດີເດັ່ນ”, ປະຕິບັດສໍາເລັດທຸກໜ້າທີ່ຢ່າງດີເລີດ.
ເນື່ອງໃນໂອກາດນີ້, ກົມໃຫຍ່ການເມືອງ ໄດ້ມອບໃບຍ້ອງຍໍໃຫ້ແກ່ 3 ກົມກອງລວມໝູ່ ແລະ 11 ບຸກຄົນດີເດັ່ນທີ່ໄດ້ຮ່ວມເດີນທາງກັບກົມໃຫຍ່ການເມືອງ ໃນການປະຕິບັດໜ້າທີ່ໃນປີ 2025 ເປັນຢ່າງດີ ແລະມອບຂອງຂວັນໃຫ້ແກ່ 3 ກົມກອງຂຶ້ນກັບກົມໃຫຍ່ການເມືອງ ທີ່ນະຄອນໂຮ່ຈິມິນ.
ໂດຍ: ໄຊຊະນະ