ພິທີຕ້ອນຮັບທີ່ທ່າກໍາປັ່ນຕຽນຊາ ມີຜູ້ຕາງໜ້າການນໍາພະແນກການຕ່າງປະເທດນະຄອນດ່ານັງ, ກອງບັນຊາການຕໍາຫຼວດທະເລເຂດ 2, ກອງບັນຊາການທະຫານນະຄອນດ່ານັງ, ຜູ້ຕາງໜ້າກົມພົວພັນຕ່າງປະເທດ (ກະຊວງປ້ອງກັນປະເທດ)...
ພິທີຕ້ອນຮັບກໍາປັ່ນລາດຕະເວນ Akitsushima ຂອງກໍາລັງປ້ອງກັນຝັ່ງທະເລຍີ່ປຸ່ນ ທີ່ທ່າກໍາປັ່ນຕຽນຊາ. ພາບ: ຫງວຽນແທ່ງ
ໃນໄລຍະການຢ້ຽມຢາມ, ກຸ່ມຜູ້ບັນຊາການກໍາປັ່ນປ້ອງກັນຝັ່ງທະເລຍີ່ປຸ່ນ ຈະເຂົ້້າຢ້ຽມຂໍ່ານັບການນໍາຄະນະກໍາມະການປະຊາຊົນນະຄອນດ່ານັງ, ກອງບັນຊາການຕໍາຫຼວດທະເລເຂດ 2, ສະຖານກົງສູນໃຫຍ່ຍີ່ປຸ່ນ ປະຈໍາດ່ານັງ, ສູນສົມທົບກັນຊອກຫາກູ້ໄພ-ກູ້ຊີບການເດີນເຮືອ ເຂດ 2; ນາຍທະຫານ, ລູກເຮືອ ໄປຢ້ຽມຊົມວັດທະນະທໍາທ້ອງຖິ່ນ.
ການຢ້ຽມຢາມຂອງກໍາລັງປ້ອງກັນຝັ່ງທະເລຍີ່ປຸ່ນ ປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ສອດຄ່ອງກັບແຜນນະໂຍບາຍຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ຍີ່ປຸ່ນ ທີ່ໄດ້ຍົກລະດັບໃນເດືອນພະຈິກ 2023.
ໂດຍ: ໄຊນີດາ
Type the code from the image