ໃນປີ 2025, ກຳລັງປະກອບອາວຸດແຂວງອານຢາງ ໄດ້ຊາບຊຶມ ແລະຜັນຂະຫຍາຍປະຕິບັດບັນດາມະຕິ, ຄໍາສັ່ງຂອງຂັ້ນເທິງ; ຮັກສາລະບອບກຽມພ້ອມສູ້ຮົບຢ່າງເຂັ້ມງວດ; ປັບປຸງທ່າຈັດວາງກຳລັງໃຫ້ເໝາະສົມກັບແຕ່ລະທ້ອງຖິ່ນພາຍຫຼັງການໂຮມເຂົ້າກັນຢ່າງທັນການ.
    |
 |
|
ຕາງໜ້າຄະນະປະຕິບັດງານ ຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທ່ານພົນເອກ ຫງວຽນຈ້ອງເຫງັຍ ກ່າວຄໍາເຫັນໃນການຢ້ຽມຢາມ ແລະເຮັດວຽກ ທີ່ກອງບັນຊາການທະຫານແຂວງອານຢາງ. ພາບ: qdnd.vn |
ວຽກງານນະໂຍບາຍຕໍ່ນາຍ ແລະພົນທະຫານ, ຄອບຄົວນາຍ ແລະພົນທະຫານ ແລະຜູ້ມີຄຸນງາມຄວາມດີ ໄດ້ຮັບການຜັນຂະຫຍາຍປະຕິບັດຢ່າງທັນການ, ຖືກຕາມຂໍ້ກໍານົດ. ການເຄື່ອນໄຫວຊອກຫາ, ທ້ອນໂຮມອັດຖິທະຫານທີ່ເສຍສະຫຼະຊີວິດເພື່ອຊາດ ໄດ້ຮັບການນຳພາ, ຊີ້ນຳຢ່າງໜັກແໜ້ນ, ສະແດງໃຫ້ເຫັນເຖິງສິນທໍາຢ່າງເລິກເຊິ່ງ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນໍ້າ”. ຂະບວນການແຂ່ງຂັນເດັດຂາດມີໄຊ ໄດ້ຮັບການຈັດຕັ້ງປະຕິບັດຢ່າງກວ້າງຂວາງ, ຕິດພັນກັບການຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ ແລະແບບແຜນດໍາລົງຊີວິດຂອງປະທານ ໂຮ່ຈີມິນ. ຫຼາຍຮູບແບບ, ວິທີເຮັດທີ່ມີຫົວຄິດປະດິດສ້າງໃນວຽກງານຂົນຂວາຍປະຊາຊົນ, ນະໂຍບາຍແນວຫຼັງກອງທັບ ໄດ້ຂະຫຍາຍກວ້າງ, ສ້າງກໍາລັງແຜ່ຂະຫຍາຍຢ່າງຕັ້ງໜ້າ, ປະກອບສ່ວນປັບປຸງການພົວພັນສາມັກຄີລະຫວ່າງທະຫານ ແລະປະຊາຊົນໃນບໍລິເວນ.
    |
 |
|
ຜູ້ຕາງໜ້າການນໍາທະຫານເຂດ 9 ແລະແຂວງອານຢາງ ເຂົ້າຮ່ວມການເຮັດວຽກ. ພາບ: qdnd.vn |
ກ່າວຄໍາເຫັນສະຫຼຸບການເຮັດວຽກ, ທ່ານພົນເອກ ຫງວຽນຈ້ອງເຫງັຍ ຍ້ອງຍໍຊົມເຊີຍ, ຮັບຮູ້ ແລະຕີລາຄາສູງບັນດາໝາກຜົນຮອບດ້ານ ເຊິ່ງ ກໍາລັງປະກອບອາວຸດແຂວງອານຢາງ ບັນລຸໄດ້ໃນໄລຍະຜ່ານມາ.
    |
 |
|
ທ່ານພົນເອກ ຫງວຽນຈ້ອງເຫງັຍ ແລະບັນດາຜູ້ແທນ ມອບຂອງຂວັນໃຫ້ບັນດາອົງການ, ກົມກອງຂຶ້ນກັບກອງບັນຊາການທະຫານແຂວງອານຢາງ. ພາບ: qdnd.vn |
ທ່ານພົນເອກ ຫງວຽນຈ້ອງເຫງັຍ ຮຽກຮ້ອງໃຫ້ກໍາລັງປະກອບອາວຸດແຂວງ ສືບຕໍ່ຊາບຊຶມບັນດາມະຕິ, ຄໍາສັ່ງຂອງພັກ, ຄະນະພັກການທະຫານສູນກາງຢ່າງເລິກເຊິ່ງ; ກໍາລັງປະກອບອາວຸດແຂວງອານຢາງ ສືບຕໍ່ເສີມຂະຫຍາຍບົດບາດຫຼັກແຫຼ່ງແກ່ນສານ, ເປັນເຈົ້າການໃນການເປັນເສນາທິການໃຫ້ຄະນະພັກ, ອໍານາດການປົກຄອງທ້ອງຖິ່ນ ນໍາພາ, ຊີ້ນໍາປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດ, ຊາຍແດນຢ່າງມີປະສິດທິຜົນ; ກໍ່ສ້າງ ແລະຍົກສູງຄຸນນະພາບການເຄື່ອນໄຫວເຂດປ້ອງກັນ, ປ້ອງກັນພົນລະເຮືອນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃນສະພາບການໃໝ່. ສຸມໃສ່ສູ້ຊົນປະຕິບັດສໍາເລັດການນໍາສົ່ງນາຍທະຫານກອງທັບ ເຂົ້າຮ່ວມກອງບັນຊາການທະຫານ ຂັ້ນຕາແສງຕາມຂັ້ນຕອນ, ຮັບປະກັນຄວາມໜັກແໜ້ນ, ມີປະສິດທິຜົນ. ພ້ອມກັນນັ້ນ, ເອົາໃຈໃສ່ເບິ່ງແຍງດູແລຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈໃຫ້ແກ່ພະນັກງານ, ນັກຮົບ, ສ້າງເງື່ອນໄຂເພື່ອໃຫ້ບັນດາກໍາລັງ ມີຄວາມອຸ່ນອ່ຽງໃຈເຮັດວຽກ, ເຮັດສໍາເລັດໜ້າທີ່ຢ່າງດີເດັ່ນ.
ໂອກາດນີ້, ຄະນະປະຕິບັດງານ ໄດ້ມອບຂອງຂວັນໃຫ້ 16 ກົມກອງລວມໝູ່ ແລະ 78 ບຸກຄົນ, ໃນນັ້ນມີຍາດຕິພີ່ນ້ອງຂອງຜູ້ມີຄຸນງາມຄວາມດີ, ຄອບຄົວທີ່ປະສົບຄວາມຫຍຸ້ງຍາກໃນບໍລິເວນແຂວງ.
    |
 |
|
ທ່ານພົນເອກ ຫງວຽນຈ້ອງເຫງັຍ ພ້ອມດ້ວຍບັນດາຜູ້ແທນ ຖະຫວາຍທູບທຽນ, ດອກໄມ້ທີ່ອະນຸສາວະລີນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ແລະຜູ້ມີຄຸນງາມຄວາມດີ (ຕາແສງແຣກຢ໋າ, ແຂວງອານຢາງ). ພາບ: qdnd.vn |
ຕອນເຊົ້າວັນດຽວກັນ, ຄະນະປະຕິບັດງານ ໄດ້ໄປຖະຫວາຍທູບທຽນ, ດອກໄມ້ຢູ່ອະນຸສາວະລີນັກຮົບວິລະຊົນ ທີ່ເສຍສະຫຼະຊີວິດເພື່ອຊາດ ແລະຜູ້ມີຄຸນງາມຄວາມດີ (ຕາແສງແຣກຢ໋າ, ແຂວງອານຢາງ).
ໂດຍ: ໄຊຊະນະ