    |
 |
|
ທ່ານພົນເອກ ຟານວັນຢາງ ລົງຢ້ຽມຢາມບັນດາຄອບຄົວປະສົບໄພນ້ຳຖ້ວມ. ພາບ: qdnd.vn |
ເມື່ອມາຢ້ຽມຢາມບັນດາຄອບຄົວທີ່ມີເຮືອນຊານຖືກນ້ຳຖ້ວມເລິກ ແລະໂອ້ລົມກັບປະຊາຊົນຢູ່ຕາແສງ ຕຸຍເຟືອກ ແລະຕາແສງ ຕຸຍເຟືອກດົງ (ແຂວງຢາລາຍ), ໂດຍຕາງໜ້າໃຫ້ການນຳພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ ໄດ້ແບ່ງປັນຢ່າງເລິກເຊິ່ງຕໍ່ກັບຄວາມຫຍຸ້ງຍາກ, ຄວາມເສຍຫາຍທີ່ປະຊາຊົນຢູ່ເຂດປະສົບໄພນ້ຳຖ້ວມໃນທົ່ວປະເທດເວົ້າລວມ ແລະແຂວງຢາລາຍ ເວົ້າສະເພາະ, ພ້ອມກັນນັ້ນຢືນຢັນວ່າ: ພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໄດ້ຕີລາຄາຄວາມເສຍຫາຍ ແລະຊີ້ນຳທຸກຂັ້ນ, ທຸກຂະແໜງການ, ທະຫານເຂດ 5, ກອງພົນໃຫຍ່ 34 ເພື່ອໜູນຊ່ວຍທ້ອງຖິ່ນ ແລະປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ.
    |
 |
|
ທ່ານພົນເອກ ຟານວັນຢາງ ມອບເງິນ ແລະວັດຖຸຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ເພື່ອໜູນຊ່ວຍແຂວງຢາລາຍ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກນໍ້າຖ້ວມ. ພາບ: qdnd.vn |
ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ, ພາຍຫຼັງນໍ້າຖ້ວມແລ້ວ, ຍັງມີຫຼາຍວຽກງານຕ້ອງເຮັດ, ເຮືອນຊານຖືກເສຍຫາຍ, ເປ່ເພ, ການຜະລິດ, ສັດລ້ຽງຖືກເສຍຫາຍຢ່າງໜັກໜ່ວງ. ສະນັ້ນ, ຄະນະພັກຂັ້ນ, ອຳນາດການປົກຄອງທ້ອງຖິ່ນ, ກອງທັບ, ຕຳຫຼວດ ແລະພໍ່ແມ່ປະຊາຊົນຈະພ້ອມກັນແກ້ໄຂຄວາມຫຍຸ້ງຍາກ. ກອງທັບຈະໜູນຊ່ວຍລົດເພື່ອຂົນສົ່ງວັດຖຸ ກໍຄືປະກອບເຫື່ອແຮງເພື່ອຊ່ວຍເຫຼືອປະຊາຊົນກໍ່ສ້າງເຮືອນຊານຄືນໃໝ່ຫຼຸດຜ່ອນຄ່າໃຊ້ຈ່າຍ.
ສະຫາຍລັດຖະມົນຕີກະຊວງປ້ອງກັນປະເທດ ປາດຖະໜາ ແລະເຊື່ອໝັ້ນວ່າ ປະຊາຊົນຕາແສງຕຸຍເຟືອກ ແລະຕາແສງ ຕຸຍເຟືອກດົງ ພ້ອມກັບປະຊາຊົນແຂວງຢາລາຍ ຈະເສີມຂະຫຍາຍຈິດໃຈຮັກແພງຊ່ວຍເຫຼືອກັນ, ສາມັກຄີ, ແບ່ງປັນ, ພ້ອມກັນແກ້ໄຂຄວາມເສຍຫາຍຍ້ອນໄພນ້ຳຖ້ວມ ແລະສ້າງຊີວິດການເປັນຢູ່ກັບຄືນສູ່ສະພາບປົກກະຕິໂດຍໄວ.
    |
 |
|
ທ່ານພົນເອກ ຟານວັນຢາງ ພ້ອມກັບປະຊາຊົນຕາແສງ ຕຸຍເຟືອກດົງ. ພາບ: qdnd.vn |
    |
 |
|
ທ່ານພົນເອກ ຟານວັນຢາງ ມອບຂອງຂວັນໃຫ້ແກ່ປະຊາຊົນຕາແສງ ຕຸຍເຟືອກ. ພາບ: qdnd.vn |
ເນື່ອງໃນໂອກາດນີ້, ທ່ານພົນເອກ ຟານວັນຢາງ ໄດ້ມອບຂອງຂວັນ 100 ພູດ ໃຫ້ແກ່ປະຊາຊົນຕາແສງ ຕຸຍເຟືອກ ແລະຕາແສງ ຕຸຍເຟືອກດົງ ທີ່ຖືກເສຍຫາຍຍ້ອນໄພນ້ຳຖ້ວມ. ຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດ ໄດ້ໜູນຊ່ວຍແຂວງຢາລາຍ ດ້ວຍເງິນຈຳນວນ 10 ຕື້ດົ່ງ, ອາຫານແຫ້ງ 10 ໂຕນ, ໂສ້ງເສື້ອ 5.000 ຊຸດ, ມຸ້ງ 5.000 ດາງ.
ນອກຈາກນັ້ນ, ການນຳພັກ, ລັດ, ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ໜູນຊ່ວຍແຂວງຢາລາຍ ດ້ວຍເງິນຈຳນວນ 20 ຕື້ດົ່ງ; ນະຄອນຮ່າໂນ້ຍ ໜູນຊ່ວຍແຂວງຢາລາຍ ດ້ວຍເງິນຈຳນວນ 50 ຕື້ດົ່ງ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນ້ຳຖ້ວມ; ກອງບັນຊາການທະຫານເຂດ 5 ໄດ້ມອບຂອງຂວັນ 40 ພູດ ໃຫ້ແກ່ປະຊາຊົນ.
ໂດຍ: ທູຈາງ