leftcenterrightdel
ທ່ານພົນໂທ ຄໍາລຽງ ອຸທະໄກສອນ ຕ້ອນຮັບທ່ານພົນໂທ ຫງວຽນເຈື່ອງຖັ໊ງ. ພາບ: qdnd.vn

ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ເນັ້ນໜັກວ່າ: ໃນໄລຍະທີ່ຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍບັນລຸໄດ້ໝາກຜົນອັນໃຫຍ່ຫຼວງ, ແທດຈິງ, ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງການພົວພັນຫວຽດນາມ - ລາວ. ສອງຝ່າຍໄດ້ຮ່ວມມືຢ່າງແໜ້ນແຟ້ນ ແລະແທດຈິງໃນທຸກຂົງເຂດ ຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ; ການບໍາລຸງສ້າງ; ຝຶກອົບຮົມ, ວຽກງານພັກ, ວຽກງານການເມືອງ; ການຄຸ້ມຄອງ ແລະປົກປັກຮັກສາຊາຍແດນ; ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສການທະຫານ - ການປ້ອງກັນຊາດຫຼາຍຝ່າຍ...

leftcenterrightdel
ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ແລກປ່ຽນກັບທ່ານພົນໂທ ຄໍາລຽງ ອຸທະໄກສອນ. ພາບ: qdnd.vn

ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ຖືວ່າ, ສອງຝ່າຍຕ້ອງສຸມໃສ່ຜັນຂະຫຍາຍບັນດາເນື້ອໃນທີ່ໄດ້ເຫັນດີເປັນເອກະພາບໃນອະນຸສັນຍາ ແລະແຜນການຮ່ວມມືປະຈຳປີ ໃຫ້ມີປະສິດທິຜົນ, ໃນນັ້ນເອົາໃຈໃສ່ໃສ່ເຖິງການສົມທົບກັນ, ປະຕິບັດວຽກງານໂຄສະນາເຜີຍແຜ່, ສຶກສາອົບຮົມກ່ຽວກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຫວຽດນາມ - ລາວ; ແລກປ່ຽນຂໍ້ມູນຂ່າວສານ, ສະພາບການ, ຜ່ານນັ້ນເປັນເສນາທິການໃຫ້ການນຳພັກ, ລັດ ກ່ຽວກັບບັນຫາຍຸດທະສາດທີ່ສົ່ງຜົນກະທົບເຖິງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງແຕ່ລະປະເທດ; ການຮ່ວມມືລະຫວ່າງເຫຼົ່າທັບ, ເຫຼົ່າຮົບ, ພະລາທິການ, ເຕັກນິກ, ອຸດສາຫະກໍາປ້ອງກັນຊາດ ສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້.

leftcenterrightdel
ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ມອບຂອງຂວັນທີ່ລະນຶກໃຫ້ທ່ານພົນໂທ ຄໍາລຽງ ອຸທະໄກສອນ. ພາບ: qdnd.vn
leftcenterrightdel
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn

ສ່ວນທ່ານພົນໂທ ຄໍາລຽງ ອຸທະໄກສອນ ຢືນຢັນວ່າ, ເຖິງວ່າສະພາບການພາກພື້ນ ແລະໂລກຈະມີການຫັນປ່ຽນຫຼາຍຢ່າງກໍ່ຕາມ, ແຕ່ກອງທັບ ແລະປະຊາຊົນສອງປະເທດ ຍາມໃດກໍ່ສະໜິດແໜ້ນ ແລະຊ່ວຍເຫຼືອເຊິ່ງກັນ ແລະກັນຢ່າງສະເໝີຕົ້ນສະເໝີປາຍ. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດລາວ ຖືວ່າສອງຝ່າຍຕ້ອງສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະຜັນຂະຫຍາຍອະນຸສັນຍາ, ໂຄງການ ແລະແຜນການຮ່ວມມືຢ່າງມີປະສິດທິຜົນ ເພື່ອໃຫ້ການຮ່ວມມືດ້ານປ້ອງກັນຊາດ ສົມເປັນເສົາຄ້ຳສຳຄັນຂອງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ - ຫວຽດນາມ.

ໂດຍ: ທູຈາງ