leftcenterrightdel
ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ແລະຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ພ້ວມດ້ວຍພະນັກງານ, ພາລະກອນຂອງທະນາຄານ MB ສາຂາລາວ. ພາບ: qdnd.vn

ທີ່ການເຮັດວຽກ, ທ່ານພັນເອກພິເສດ ເລວຽດຫາຍ, ສະມາຊິກສະພາບໍລິຫານ MB ໄດ້ນຳສະເໜີໂດຍສັງເຂບກ່ຽວກັບ MB ສາຂາ ລາວ ກໍຄືບັນດາຜົນງານ ເຊິ່ງທະນາຄານ MB ສາຂາລາວ ບັນລຸໄດ້ໃນໄລຍະ 15 ປີແຫ່ງການຕິດພັນກັບປະເທດລ້ານຊ້າງ.

ກ່າວຄຳເຫັນຊີ້ນໍາທີ່ການເຮັດວຽກ, ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ຕີລາຄາສູງຄວາມສາມັກຄີ ແລະຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງພະນັກງານ, ພາລະກອນ, ຜູ້ອອກແຮງງານໃນທະນາຄານ MB ສາຂາລາວ ໄດ້ປະຕິບັດໜ້າທີ່ຂອງກົມກອງ ແລະໜ້າທີ່ການເມືອງຂອງຂະແໜງທະນາຄານເວົ້າລວມ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ, ວັດທະນະທຳ ແລະສັງຄົມ ຢູ່ລາວ ກໍຄື ປະກອບສ່ວນເພີ່ມພູນຄູນສ້າງສາຍນໍ້າໃຈມິດຕະພາບຫວຽດນາມ - ລາວ.

leftcenterrightdel
ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: qdnd.vn
leftcenterrightdel
ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ມອບຂອງຂວັນໃຫ້ແກ່ທະນາຄານ MB ສາຂາລາວ. ພາບ: qdnd.vn

ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ປາດຖະໜາຢາກວ່າ ພະນັກງານ, ພາລະກອນ ແລະຜູ້ອອກແຮງງານຢູ່ ທະນາຄານ MB ສາຂາລາວ ເສີມຂະຫຍາຍສະຕິປັນຍາ, ຄຸນນະທາດ, ປ່ຽນແປງໃໝ່ປະດິດຄິດສ້າງຢ່າງບໍ່ຢຸດຢັ້ງ, ເອົາໃຈໃສ່ເຖິງການຫັນເປັນດີຈີຕອນ ເພື່ອສືບຕໍ່ບັນລຸໄດ້ຜົນງານອັນໃຫຍ່ຫຼວງກວ່າອີກ, ຍົກສູງບົດບາດ, ທີ່ຕັ້ງຂອງທະນາຄານ MB ປະຈໍາລາວ. ຄຽງຂ້າງນັ້ນ, ທະນາຄານ MB ສາຂາລາວ ຕ້ອງສືບຕໍ່ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບລະຫວ່າງສອງປະເທດຜ່ານບັນດາການເຄື່ອນໄຫວຮັບປະກັນຊີວິດສັງຄົມ, ເບິ່ງແຍງດູແລຊີວິດການເປັນຢູ່ຂອງພະນັກງານ, ພາລະກອນຊາວຫວຽດນາມ ແລະລາວ ທີ່ພວມເຮັດວຽກ ຢູ່ທະນາຄານ MB ສາຂາລາວ.

ໂດຍ: ທູຈາງ