ບັນດາອົງການ ແລະກົມກອງຕ່າງໆຮັກສາລະບອບເວນຍາມຢ່າງເຂັ້ມງວດ, ຕິດຕາມກວດກາ ແລະກໍາແໜ້ນສະພາບການຜັນແປຂອງດິນຟ້າອາກາດ, ສະພາບນໍ້າຖ້ວມຢູ່ແມ່ນໍ້າບາ, ແມ່ນໍ້າກົນ ແລະແມ່ນໍ້າຕ່າງໆຢູ່ໃນແຂວງແຄ໋ງຮ່ວາ; ຈັດສົ່ງກໍາລັງ ແລະພາຫະນະເຂົ້າເຖິງເຂດຊຸມຊົນທີ່ຖືກນໍ້າຖ້ວມເລິກ, ຕັດແຍກ ແລະມີດິນເຊາະເຈື່ອນ ເພື່ອຍົກຍ້າຍປະຊາຊົນໄປຮອດເຂດປອດໄພຢ່າງທັນທີ;...
ທະຫານເຂດ 5 ໄດ້ຊີ້ນຳບັນດາອົງການ ແລະກົມກອງຕ່າງໆ ສົມທົບກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ ເພື່ອປະຕິບັດທິດນໍາ "4 ຢູ່ກັບທີ່" ເປັນຢ່າງດີ, ເປັນເຈົ້າການໃນການກະກຽມກຳລັງ, ພາຫະນະ, ວັດສະດຸ ແລະເຄື່ອງຂອງຈຳເປັນຢ່າງຄົບຖ້ວນໃນເຂດຈຸດສຸມ ແລະມີຄວາມສ່ຽງ; ຜັນຂະຫຍາຍແຜນການລຳລຽງເພີ່ມເຕີມເມື່ອເກີດກໍລະນີຕັດແຍກເປັນຫຼາຍມື້. ເຫຼົ່າຮົບສື່ສານ, ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ ລະດົມກໍາລັງ, ວັດຖຸອຸປະກອນເພື່ອຮັບປະກັນການສື່ສານຢູ່ເຂດຖືກຜົນສະທ້ອນຈາກຝົນຕົກນໍ້າຖ້ວມ, ດິນເຊາະເຈື່ອນ, ຮັບປະກັນການຕິດຕໍ່ສື່ສານຢ່າງລຸລ່ວງ...
    |
 |
|
ທະຫານຊ່ວຍເຫຼືອປະຊາຊົນແຂວງແຄ໋ງຮວ່າ ໄປຮອດເຂດປອດໄພ. ພາບ: qdnd.vn |
ວັນທີ 20 ພະຈິກ, ກອງບັນຊາການທະຫານຊາຍແດນ ໄດ້ຈັດກອງປະຊຸມເພີ່ມທະວີການຈັດຕັ້ງຜັນຂະຫຍາຍມາດຕະການ ເພື່ອຊ່ວຍເຫຼືອທ້ອງຖິ່ນຕ່າງໆໃນພາກກາງແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມ. ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານພົນຕີ ຫວູຈຸງກຽນ, ຜູ້ບັນຊາການທະຫານຊາຍແດນ ໄດ້ຮຽກຮ້ອງໃຫ້ກໍາລັງທະຫານຊາຍແດນທັງໝົດ ຮັກສາລະບອບເວນຍາມ ຢ່າງເຂັ້ມງວດ, ຮັບປະກັນກໍາລັງ, ພາຫະນະຢ່າງຄົບຖ້ວນ ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນຢ່າງທັນການ...
ໃນຕອນຄໍ່າວັນທີ 20 ພະຈິກ, ຫ້ອງການຄະນະຊີ້ນຳປ້ອງກັນພົນລະເຮືອນແຫ່ງຊາດ ໄດ້ແຈ້ງໃຫ້ຊາບວ່າ ໃນມື້, ກະຊວງປ້ອງກັນປະເທດ ໄດ້ລະດົມພະນັກງານ, ນັກຮົບ, ທະຫານລາດປ້ອງກັນຕົວກວ່າ 7.700 ເທື່ອຄົນ ແລະພາຫະນະຫຼາຍຮ້ອຍຄັນ ເພື່ອຊ່ວຍເຫຼືອປະຊາຊົນຢູ່ບັນດາແຂວງພາກກາງ ຮັບມື, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພພິບັດທຳມະຊາດ. ກ່ອນໜ້ານັ້ນ, ໃນຕອນຄໍ່າວັນທີ 19 ພະຈິກ, ຢູ່ໜອງດາບາກ, ບ້ານວີງເຊີນ, ຕາແສງວີງຫາວ, ແຂວງເລີມດົ່ງ ໄດ້ເກີດນ້ຳຖ້ວມ, ກອງບັນຊາການທະຫານແຂວງ ໄດ້ລະດົມພະນັກງານ, ນັກຮົບ 150 ຄົນ ພ້ອມກັບພາຫະນະເພື່ອຍົກຍ້າຍປະຊາຊົນ 20 ຄອບຄົວ ແລະຊັບສິນທີ່ສຳຄັນໄປຍັງບ່ອນທີ່ປອດໄພ. ໃນວັນດຽວກັນ, ຢູ່ບ້ານຊວນເຈື່ອງ - ດ່າລາດ, ແຂວງເລີມດົ່ງ, ໄດ້ເກີດດິນເຊາະເຈື່ອນ, ເຮັດໃຫ້ເຮືອນຂອງປະຊາຊົນ ຖືກເປ່ເພ 4 ຫຼັງ, ທາງທ້ອງຖິ່ນໄດ້ລະດົມທະຫານປະຈຳ, ທະຫານລາດປ້ອງກັນຕົວ 40 ຄົນ ສົມທົບກັບກຳລັງຢູ່ກັບທີ່ ເພື່ອຍົກຍ້າຍປະຊາຊົນໄປຮອດເຂດປອດໄພ ແລະແກ້ໄຂຜົນຮ້າຍຢ້ອນຫຼັງ.
ໂດຍ: ໄຊນີດາ