ຕາມນັ້ນແລ້ວ, ກົມກູ້ຊີບ-ກູ້ໄພ ໄດ້ສະເໜີໃຫ້ບັນດາອົງການ, ກົມກອງຕ່າງໆ ສືບຕໍ່ຊາບຊືມ, ຜັນຂະຫຍາຍປະຕິບັດໂທລະເລກທາງການເລກທີ 7391/CD-BQP ລົງວັນທີ 18 ພະຈິກ 2025 ຂອງກະຊວງປ້ອງກັນປະເທດກ່ຽວກັບການສຸມໃສ່ຮັບມື ແລະແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມຢູ່ພາກກາງຢ່າງທັນການ.

leftcenterrightdel
ກອງບັນຊາການປ້ອງກັນເຂດ 6 - ຕຸຍຮວ່າ (ດັກລັກ) ໃຊ້ເຮືອກາໂນເພື່ອຍົກຍ້າຍປະຊາຊົນ. ພາບ: qdnd.vn

ກອງບັນຊາການບັນດາທະຫານເຂດ ໄດ້ຊີ້ນໍາກອງບັນຊາການທະຫານຂອງບັນດາແຂວງ, ນະຄອນທີ່ໄດ້ຮັບຜົນສະທ້ອນຈາກໄພນໍ້າຖ້ວມເປັນເຈົ້າການສົມທົບກັນກັບພະແນກ, ຄະນະ, ຂະແໜງການທີ່ກ່ຽວຂ້ອງເພື່ອເຂົ້າຮ່ວມໃນການກວດກາ, ສໍາຫຼວດບັນດາເຂດທີ່ຖືກນໍ້າຖ້ວມ, ຕັດແຍກ, ດິນເຈື່ອນ ເພື່ອລະດົມກຳລັງ, ພາຫະນະໜູນຊ່ວຍປະຊາຊົນ ແລະຊັບສິນໄປຍັງສະຖານທີ່ປອດໄພຢ່າງທັນການ, ຟື້ນຟູລະບົບການຈະລາຈອນ, ໄຟຟ້າ, ໂທລະຄົມມະນາຄົມຢ່າງວ່ອງໄວ; ເຮັດອະນາໄມໂຮງຮຽນ, ຮາກຖານສາທາລະນະສຸກທີ່ຖືກເສຍຫາຍ; ເຮັດອະນາໄມສິ່ງແວດລ້ອມ, ປ້ອງກັນ, ຕ້ານພະຍາດ, ບໍ່ໃຫ້ປະຊາຊົນອຶດຫິວ, ໜາວເຢັນ, ບໍ່ມີບ່ອນຢູ່ອາໄສ; ກວດພະຍາດ, ແຈກຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນ; ສືບຕໍ່ຊອກຫາຜູ້ຫາຍສາບສູນ...

* ໃນຕອນຄໍ່າວັນທີ 19 ພະຈິກ, ຫ້ອງການຄະນະຊີ້ນຳການປ້ອງກັນພົນລະເຮືອນແຫ່ງຊາດໄດ້ແຈ້ງໃຫ້ຊາບວ່າ ໃນລະຫວ່າງມື້, ກະຊວງປ້ອງກັນປະເທດໄດ້ລະດົມພະນັກງານ, ນັກຮົບ, ທະຫານລາດປ້ອງກັນຕົວຫຼາຍກວ່າ 6.200 ເທື່ອຄົນ ພ້ອມກັບຫຼາຍພາຫະນະເພື່ອຊ່ວຍປະຊາຊົນຢູ່ບັນດາແຂວງພາກກາງຍົກຍ້າຍ 5.750 ຄອບຄົວ/20.356 ຄົນໄປຍັງສະຖານທີ່ປອດໄພ; ເສີມສ້າງແຄມຝັ່ງເຂື່ອນຫຼາຍກວ່າ 300 ແມັດ, ເຮັດອະນາໄມບັນດາເຂດທີ່ນ້ຳຫຼຸດລົງປະມານ 150.000 ຕາແມັດ; ກ່າວເຕືອນເຂດອັນຕະລາຍຢູ່ຈຸດນ້ຳຖ້ວມ 91 ຈຸດທີ່ມີຄວາມສູງ 0,2-1,5 ແມັດ ແລະຈຸດດິນເຈື່ອນ 56 ຈຸດຢູ່ແຂວງ, ນະຄອນຕ່າງໆຄື: ກວາງຈິ, ກວາງຫງາຍ, ເຫວ້, ດານັງ, ແຄ໋ງຮວ່າ, ຢາລາຍ, ດັກລັກ.

ກ່ຽວກັບເຫດການດິນເຈື່ອນຢູ່ບ້ານປຶດ, ຕາແສງຮຸ່ງເຊີນ, ນະຄອນດານັງ, ບັນດາກົມກອງຕ່າງໆ ສືບຕໍ່ລະດົມທະຫານ, ທະຫານລາດ 132 ຄົນ ແລະພາຫະນະພິເສດເພື່ອຊອກຫາຜູ້ຫາຍສາບສູນຢ່າງຕັ້ງໜ້າ.

ໂດຍ: ຈາງຫງວຽນ