ການພົບປະສອງຝ່າຍລະຫວ່າງກົມວິທະຍາສາດການທະຫານ, ກະຊວງປ້ອງກັນປະເທດຫວຽດນາມ ແລະກົມວິທະຍາສາດ -ປະຫວັດສາດການທະຫານ, ກະຊວງປ້ອງກັນປະເທດລາວ
ກປ.ອອນໄລ - ໃນວັນທີ 24 ພະຈິກ, ທີ່ຮ່າໂນ້ຍ, ກົມວິທະຍາສາດການທະຫານ, ກະຊວງປ້ອງກັນປະເທດແຫ່ງ ສສ ຫວຽດນາມ ໄດ້ຈັດຕັ້ງການພົບປະສອງຝ່າຍກັບກົມວິທະຍາສາດ ແລະປະຫວັດສາດການທະຫານ, ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ.
ທີ່ການພົບປະ, ສອງຝ່າຍໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການ ແລະຕີລາຄາຜົນການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງປ້ອງກັນປະເທດລາວ ໃນໄລຍະ 5 ປີຜ່ານມາ; ໃນນັ້ນສຸມໃສ່ເຂົ້າໃນຜົນການຮ່ວມມືໃນຂົງເຂດວິທະຍາສາດການທະຫານລະຫວ່າງກົມວິທະຍາສາດການທະຫານ, ກະຊວງປ້ອງກັນປະເທດຫວຽດນາມ ແລະກົມວິທະຍາສາດ-ປະຫວັດສາດການທະຫານ, ກະຊວງປ້ອງກັນປະເທດລາວ.
    |
 |
|
ບັນດາຜູ້ແທນຂອງສອງຝ່າຍຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn |
ໃນຊຸມປີມໍ່ໆມານີ້, ກົມວິທະຍາສາດການທະຫານ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ສົ່ງນັກຊ່ຽວຊານຫຼາຍຄົນມາລາວ ເພື່ອປະຕິບັດງານ, ໜູນຊ່ວຍການປະຕິບັດບັນດາໜ້າທີ່ຄົ້ນຄວ້າວິທະຍາສາດສິລະປະຍຸດການທະຫານ; ຮຽບຮຽງເອກະສານວິຊາສະເພາະ, ວັດຈະນານຸກົມການທະຫານ, ການຕິດຕັ້ງຫ້ອງ lap...; ຈັດຕັ້ງຊຸດຝຶກອົບຮົມໃຫ້ແກ່ສໍາມະນາກອນກະຊວງປ້ອງກັນປະເທດລາວ ກ່ຽວກັບການຄຸ້ມຄອງວິທະຍາສາດ, ເຕັກໂນໂລຊີ, ສິ່ງແວດລ້ອມ ແລະຂໍ້ມູນຂ່າວສານທາງວິທະຍາສາດການທະຫານ...
ໃນໄລຍະປີ 2025-2030, ສອງຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ການຮ່ວມມື, ປະຕິບັດຕາມການຊີ້ນໍາຂອງການນຳກະຊວງປ້ອງກັນປະເທດສອງປະເທດບົນຈິດໃຈເສີມຂະຫຍາຍສາຍພົວພັນທີ່ເປັນມູນເຊື້ອແບບພິເສດ ຫວຽດນາມ - ລາວ. ໃນນັ້ນ, ເພີ່ມທະວີບັນດາການເຄື່ອນໄຫວຮ່ວມມືໃນການແລກປ່ຽນຄະນະຜູ້ແທນຫຼາຍກວ່າ, ແລກປ່ຽນນັກຊ່ຽວຊານ; ຮ່ວມມືໃນການຄົ້ນຄວ້າກ່ຽວກັບວິທະຍາສາດສິລະປະຍຸດການທະຫານ, ວິທະຍາສາດສັງຄົມ ແລະມະນຸດສາດການທະຫານ, ການແພດການຢາທະຫານ, ການຮ່ວມມືຝຶກອົບຮົມເພື່ອຍົກສູງກໍາລັງຄວາມສາມາດ, ລະດັບຄວາມຮູ້ວິຊາສະເພາະໃຫ້ແກ່ພະນັກງານຄຸ້ມຄອງ, ຄົ້ນຄວ້າວິທະຍາສາດ; ແບ່ງປັນບົດບາດໃນການຄຸ້ມຄອງ, ການຈັດຕັ້ງປະຕິບັດວຽກງານວິທະຍາສາດ...
ໂດຍ: ຈາງຫງວຽນ